ເມືອງໄຊຈຳພອນ ແລະ ເມືອງ ວຽງທອງ ສ້າງຂະບວນການປູກຕົ້ນໄມ້ແຫ່ງຊາດ

ໃນຕອນເຊົ້າຂອງວັນທີ 1 ມິຖຸນາ 2022 ຢູ່ທີ່ເດີ່ນຫ້ອງວ່າການເມືອງໄຊຈຳພອນ ແລະ ເດີ່ນໂຮງໝໍຊຸມຊົນເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ຈັດພິທີປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ ຂື້ນ.

ເມືອງໄຊຈຳພອນ ເປັນກຽດເຂົ້າຮ່ວມຂອງ ທ່ານ ໂກ່ ໄຊສົມບັດ ເຈົ້າເມືອງໄຊຈຳພອນ, ເມືອງວຽງທອງ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ອາລຸນສັກ ປະທຳມະວົງ ຮອງເຈົ້າເມືອງ, ມີບັນດາທ່ານການນໍາຂັ້ນເມືອງ, ກອງບັນຊາການ ປສຊ – ປກສ, ຫ້ອງການອ້ອມຂ້າງເມືອງ, ບໍລິສັດ, ລັດວິສາຫະກິດ, ນັກທຸລະກິດ ເຂົ້າຮ່ວມ.

ຕາມການລາຍງານ ຂອງຫ້ອງການກະສິກຳປ່າໄມ້ ເມືອງວຽງທອງ ແລະ ໄຊຈຳພອນ ໃຫ້ຮູ້ວ່າ: ເມືອງໄຊຈຳພອນ ກໍ່ໄດ້ສົ່ງເສີມພໍ່ແມ່ປະຊາຊົນ ໃນການປູກໄມ້ນັບແຕ່ປີ 2000 ເປັນຕົ້ນມາ ໂດຍສະເພາະແມ່ນສົ່ງເສີມການປູກໄມ້ ເກດສະໜາ, ຢາງບົງ, ກະຖີນນາລົງ, ໄມ້ດູ່, ໄມ້ຮຳ, ໄມ້ໃຫ້ໝາກ ແລະ ໄມ້ຊະນິດອື່ນໆ ໄດ້ຈຳນວນ 158,659 ຕົ້ນ ໃນເນື້ອທີ່ 2,464 ເຮັກຕ່າ, ການປູກຕົ້ນໄມ້ປີນີ້ເມືອງໄຊຈຳພອນແມ່ນບໍ່ໄດ້ກໍານົດເນື້ອທີ່ປູກ ມອບໃຫ້ແຕ່ລະກົມກອງຫ້ອງການອ້ອມຂ້າງເມືອງ ບໍລິສັດ, ລັດວິສາຫະກິດ, ນັກທຸລະກິດ ຕະຫຼອດຮອດ ບ້ານ ແມ່ນຈັດໃຫ້ມີການປູກຕົ້ນໄມ້ຕາມສະຖານທີ່ໃຜລາວຢ່າງເປັນຂະບວນ, ສ່ວນເບ້ຍໄມ້ທີ່ນໍາມາປູກນັ້ນແມ່ນ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ເປັນຜູ້ແຈກຢາຍໃຫ້  ຈຳນວນ 1,050 ເບ້ຍເຊັ່ນ: ໄມ້ຄະຍຸງ 30 ເບ້ຍ, ໝາກຄາຍ 300 ເບ້ຍ,​  ໄມ້ດູ່ລາຍ 150 ເບ້ຍ, ເບ້ຍຄູນ 250 ເບ້ຍ, ,ກະຖີນນາລົງ 150 ເບ້ຍ, ຄູນປ່າ 30 ເບ້ຍ, ກາກະເລົາ 30 ເບ້ຍ, ໝາກຂາມຫວານ 100 ເບ້ຍ ແລະ ໄມ້ສັກ 10 ເບ້ຍ.

ສະເພາະເມືອງວຽງທອງ ແມ່ນໄດ້ກຳນົດເອົາເດີ່ນຫ້ອງການ ໂຮງໝໍຊົມຊົນຂອງເມືອງ ເປັນສະຖານທີ່ປູກຕົ້ນໄມ້ ໃນວັນປູກຕົ້ນໄມ້ແຫ່ງຊາດປີນີ້ ລວມທັງໝົດ 2,000 ກວ່າເບ້ຍ ໃນນັ້ນມີຕົ້ນໄມ້ດູ່, ໄມ້ຄູນ, ໄມ້ຝາງແດງ ໄມ້ກະເລົາ ແລະ ໄມ້ກີນໝາກຈໍານວນ 1.000 ກວ່າເບ້ຍ. ໃນໂອກາດນີ້ການນຳຍັງໄດ້ນໍາເຂົ້າຫນົມ ແລະ ອຸປະກອນການຮຽນມອບໃຫ້ນ້ອງນ້ອຍເຍົາວະຊົນຜູ້ເຂົ້າຮ່ວມຈຳນວນໜື່ງ.

About admin11