ບໍລິຄຳໄຊ ສະຫຼຸບວຽກງານພູສີທົນ ປະຈຳປີ 2022

ໃນວັນທີ 20 ມັງກອນ 2023 ທີ່ຫ້ອງປະຊຸມຫ້ອງການກະສິກຳ ແລະ ປ່າໄມ້ ເມືອງໄຊຈຳພອນ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມ ສະຫຼຸບວຽກງານພູສີທົນ ປະຈຳປີ 2022, ເປັນປະທານໂດຍທ່ານ ກອງສີ ໄຊຍະວົງ ຮອງເຈົ້າເມືອງໄຊຈຳພອນ ທັງເປັນຜູ້ຊີ້ນຳວຽກງານພູສີທົນ, ມີທ່ານ ຂາວ ແສງມະນີ ຮອງຫົວໜ້າກອງຄຸ້ມຄອງປ່າສະຫງວນແຫ່ງຊາດ ປະຈຳແຂວງບໍລິຄຳໄຊ, ພາກສ່ວນທີ່ກ່ຽວຂ້ອງ, ຄະນະບ້ານ ພ້ອມດ້ວຍຫົວໜ້າທີມລາດຕະເວນປ່າພູສີທົນ ບ້ານໂພນສີ, ບ້ານໂພນງາມ, ບ້ານສົບຂອນ, ບ້ານກວັ່ງ ແລະ ບ້ານຄຳກູນາ ເຂົ້າຮ່ວມ.

ກອງປະຊຸມກໍ່ເພື່ອສະຫຼຸບ ການຈັດຕັ້ງປະຕິບັດວຽກງານກວດກາລາດຕະເວນປ່າ ພາຍໃນ 1 ປີ ຜ່ານມາ ໃນການປົກປັກຮັກສາຂອບເຂດຂອງພູສີທົນ ເພື່ອປ້ອງກັນໄພຂົ່ມຂູ່ທີ່ເກີດຂຶ້ນຢູ່ໃນຂອບເຂດປ່າສະຫງວນ ເຊັ່ນ: ການລັກລອບລ່າສັດ, ຕັດໄມ້ທໍາລາຍປ່າ, ເກັບເຄື່ອງປ່າຂອງດົງທີ່ຫວງຫ້າມ, ຖາງປ່າແບບຊະຊາຍ ແລະ ອື່ນໆ, ຈຸດປະສົງ ເພື່ອອະນຸລັກຮັກສາຊັບພະຍາກອນທໍາມະຊາດໃຫ້ຍືນຍົງ ຄຽງຄູ່ກັບປະຊາຊົນຕະຫຼອດໄປ, ນອກຈາກການປົກປ້ອງສັດນ້ຳ, ສັດປ່າທີ່ມີຄວາມສໍາຄັນຕໍ່ລະບົບນິເວດວິທະຍາໃຫ້ມີຄວາມອຸດົມສົມບຸນ ໄປດ້ວຍຊີວະນາໆພັນ.

ໃນຂັ້ນຕອນຂອງການປະຕິບັດໜ້າທີ່ວຽກງານນີ້ ແມ່ນມອບໃຫ້ຕົວແທນຂອງແຕ່ລະບ້ານ ທີ່ມີຂອບເຂດຕິດກັບພູສີທົນ ໂດຍສະເພາະການປະສານງານລະຫວ່າງບ້ານກັບເມືອງ ແລະ ໂຄງການ ເພື່ອເຮັດໃຫ້ການຕິດຕາມກວດກາ ການເຂົ້າອອກຂອງປະຊາຊົນ ແຕ່ລະຈຸດຕ່າງໆ ເພື່ອປ້ອງກັນການລັກລອບ ຂົນສັດປ່າ, ອາວຸດລ່າສັດ, ເຄື່ອງປ່າຂອງດົງແບບບໍ່ຖືກຕ້ອງ ເພື່ອສະກັດກັ້ນ ບໍ່ໃຫ້ສິ່ງເລົ່ານີ້ເກີດຂຶ້ນໄດ້.

ພິທີ ຍັງໄດ້ມີການມອບໃບຍ້ອງຍໍສັນລະເສີນຂອງທ່ານເຈົ້າເມືອງ ໃຫ້ແກ່ທີມງານ ທີ່ມີຜົນງານປະກອບສ່ວນໃນການເຄື່ອນໄຫວລາດຕະເວນ ເຂດອະນຸລັກພັນສັດປ່າທີ່ຫາຍາກ ແລະ ໃກ້ສູນພັນ ຢູ່ພູສີທົນປະກອບມີ: ໂຄງການ ຄຸ້ມຄອງລະບົບນິເວດວິທະຍາ ແລະ ສັດປ່າ, ກອງຄຸ້ມຄອງປ່າສະຫງວນແຫ່ງຊາດ ແລະ ທີມລາດຕະເວນ 5 ບ້ານ

ຕອນທ້າຍ ໄດ້ມີການຈູດທຳລາຍອາວຸດລ່າສັດ ປະເພດປື່ນລ່າເນື້ອ 18 ກະບອກ, ເຄື່ອງຊ໋ອດປາ 1 ເຄື່ອງ, ກັບດັກສັດ ປະເພດສາຍແຫ້ວ 360 ອັນ ທີ່ຍຶດໄດ້ຈາກຄົນທີ່ບໍ່ຫວັງດີ ເຂົ້າລັກລອບລ່າສັດ, ກັບດັກສັດຢູ່ປ່າສະຫງວນພູສີທົນ ເພື່ອເອົາມາຂາຍຫາຜົນປະໂຫຍດສ່ວນຕົວ.

About admins14