ກອງປະຊຸມແລກປ່ຽນບົດຮຽນ ແລະ ແຮກສ່ຽວ ຊາວໜຸ່ມ 3 ຝ່າຍ

ໃນວັນທີ 20 ມັງກອນ 2023 ທີ່ຫ້ອງປະຊຸມຫ້ອງວ່າການເມືອງຄໍາເກີດ ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນ ແລະ ແຮກສ່ຽວ 3 ຝ່າຍ ລະຫວ່າງ ຄະນະບໍລິຫານງານຊາວໜຸ່ມເມືອງຄໍາເກີດ ແຂວງບໍລິຄໍາໄຊ, ສູນມິດຕະພາບຊາວໜຸ່ມລາວ-ຫວຽດນາມ ແລະ ຄະນະບໍລິຫານງານຊາວໜຸ່ມເມືອງຄູນຄໍາ ແຂວງຄໍາມ່ວນ, ເປັນປະທານໂດຍທ່ານ ຄໍາໝັ້ນ ໄຊຍະວົງ ຄະນະປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງຄໍາເກີດ, ທ່ານ ໄກ່ແກ້ວ ສິດທິຊົມພູ ຮອງຫົວໜ້າສູນມິດຕະພາບຊາວໜຸ່ມລາວ-ຫວຽດນາມ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແລະ ທ່ານ ນາງ ຍົມມາລາ ເດດສັກດາ ຄະນະປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງຄູນຄໍາ, ມີຄະນະບໍລິຫານງານຊາວໝຸ່ມເມືອງ ພ້ອມດ້ວຍ ບັນດາຄະນະບໍລິຫານງານຊາວໜຸ່ມທັງສອງເມືອງ ແລະ ສູນມິດຕະພາບຊາວໜຸ່ມລາວ-ຫວຽດນາມ ເຂົ້າຮ່ວມ.

ໃນກອງປະຊຸມ ເລຂາ-ຮອງເລຂາຊາວໜຸ່ມທັງສອງເມືອງ ແລະ 1 ສູນ ໄດ້ຂຶ້ນຜ່ານບົດລາຍ ການການເຄື່ອນໄຫວວຽກງານຕົນໃນໄລຍະຜ່ານມາ ພ້ອມກັບໄດ້ມີຄໍາຄິດເຫັນ ແລະ ຄໍາຖາມເຈາະຈິ້ມເພື່ອແລກປ່ຽນແຕ່ລະໜ້າວຽກໃນການຈັດຕັ້ງປະຕິບັດຜ່ານມາຢ່າງກົງໄປກົງມາ, ຫຼັງຈາກນັ້ນ ກໍ່ໄດ້ຮັບຟັງການຜ່ານບົດບັນທຶກຊ່ວຍຈໍາ ທີ່ໄດ້ຍົກໃຫ້ເຫັນຜົນສໍາເລັດທີ່ຍາດມາໄດ້ ແລະ ບາງຂໍ້ຄົງຄ້າງ ທີ່ຕ້ອງໄດ້ພ້ອມກັນປັບປຸງແກ້ໄຂໃຫ້ດີຂຶ້ນ, ພ້ອມນັ້ນ ຄະນະບໍລິຫານງານຊາວຫນຸ່ມເມືອງຄໍາເກີດ, ສູນມິດຕະພາບຊາວຫນຸ່ມລາວ-ຫວຽດນາມ ແລະ ຄະນະບໍລິຫານງານຊາວຫນຸ່ມເມືອງຄູນຄໍາ ຕົກລົງຮ່ວມມືກັນໃນຕໍ່ຫນ້າ ຄື: ຮ່ວມມື ແລະ ປະສານສົມທົບກັນຢ່າງສະຫມໍ່າສະເຫມີວຽກງານຊາວຫນຸ່ມ-ເຍົາວະຊົນໃນທຸກດ້ານ ເພື່ອໃຫ້ມີທ່າກ້າວ ແລະ ຂະຫຍາຍຕົວ, ເປັນຕົ້ນແມ່ນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຊາວຫນຸ່ມ ແລະ 3 ດີ 4 ຮູ້ຂອງເຍົາວະຊົນໃຫ້ເປັນຂະບວນການນໍາໜ້າ, ປະສານສົມທົບກັນແລກປ່ຽນດ້ານຂໍ້ມູນ, ຂ່າວສານ, ບົດຮຽນໃຫມ່ກ່ຽວກັບວຽກງານຊາວໜຸ່ມ-ເຍົາວະຊົນ ແລະ ປຶກສາຫາລືຮ່ວມກັນຊອກຫາວິທີການແກ້ໄຂປະກົດການຫຍໍ້ທໍ້ທີ່ອາດເກີດຂື້ນໃນຫມູ່ຊາວໜຸ່ມ-ໄວໜຸ່ມໃຫ້ມີທ່າອ່ຽງຫຼຸດລົງ, ຮ່ວມກັນຄົ້ນຄ້ວາ ແລະ ປຶກສາຫາລືວິທີ ຫຼື ຊ່ອງທາງການຮ່ວມມືໃນການຊອກວຽກເຮັດງານທໍາໃຫ້ກັບຊາວຫນຸ່ມຂັ້ນບ້ານ ແລະ ຊາວຫນຸ່ມຜູ້ດ້ອຍໂອກາດ, ຮ່ວມມື ແລະ ປະສານສົມທົບກັນເພື່ອຊອກຫາທຶນຮອນການຝຶກອົບຮົມວິຊາຊີບໃຫ້ຊາວຫນຸ່ມຂັ້ນເມືອງ, ຂັ້ນບ້ານ ແລະ ປະຊາຊົນ ເພື່ອສ້າງອາຊີບຂັ້ນພື້ນຖານ.

About admins14