ປກສ ແຂວງ ບໍລິຄຳໄຊ ປະກາດອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ

ວັນທີ 19 ມັງກອນ 2023 ຢູ່ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງບໍລິຄຳໄຊ ໄດ້ຈັດພິທີປະກາດອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວ ໃຫ້ນັກໂທດຜູ້ທີ່ມີມາດຖານ, ເງື່ອນໄຂຄົບຖ້ວນ ຕາມກົດລະບຽບຂອງຄ້າຍຄຸມຂັງ-ດັດສ້າງ ເນື່ອງໃນໂອກາດ ວັນຊາດທີ 02 ທັນວາ ຄົບຮອບ 47 ປີ ( 02 ທັນວາ 1975 – 02 ທັນວາ 2022 ) ເປັນປະທານໂດຍ ທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ, ປະທານຄະນະກຳມະການຄວບຄຸມ ແລະ ຕ້ານຢາເສບຕິດແຂວງ, ມີຄະນະກອງບັນຊາການປ້ອງກັນຄວາມສະຫງົບ, ຄະນະຄ້າຍຄຸມຂັງ-ດັດສ້າງ, ກຳລັງປ້ອງກັນຊາດ, ສານປະຊາຊົນ ແລະ ພະແນກຍຸຕິທຳ, ພາກສ່ວນກ່ຽວຂ້ອງ ພ້ອມດ້ວຍຍາດພີ່ນ້ອງ ແລະ ນັກໂທດທີ່ໄດ້ຮັບອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວ ເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານບົດສະຫຼຸບຕີລາຄາໂດຍຫຍໍໍ້ວຽກງານ ໃຫ້ອະໄພຍະໂທດ, ຫຼຸດຜ່ອນໂທດ, ລັດຖະດຳລັດຂອງປະທານປະເທດ ວ່າດ້ວຍການໃຫ້ອະໄພຍະໂທດ ພ້ອມທັງໄດ້ປະກາດລາຍຊື່ນັກໂທດ ທີ່ໄດ້ຮັບການອະໄພຍາໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວ.

ໂດຍອີງຕາມ ລັດຖະບັນຍັດ ຂອງປະທານປະເທດ ສະບັບເລກທີ 001/ປປທ ລົງວັນທີ 20 ມີນາ 2018 ວ່າດ້ວຍການປະຕິບັດນະໂຍບາຍໃຫ້ແກ່ນັກໂທດຜູ້ທີ່ມີຜົນງານດີເດັ່ນ, ປະຕິບັດກົດລະບຽບຂອງຄ້າຍຄຸມຂັງ-ດັດສ້າງ ໄດ້ດີ ແລະ ຄົບຕາມມາດຖານ, ເງື່ອນໄຂ ໃນການສະເໜີໃຫ້ອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວ, ໃຫ້ແກ່ນັກໂທດຜູ້ທີ່ມີຄວາມກ້າວໜ້າໃນຂອບເຂດທົ່ວປະເທດ ເນື່ອງໃນໂອກາດ ວັນຊາດ ທີ 02 ທັນວາ ຄົບຮອບ 47 ປີ ເຊິ່ງມາດຖານເງື່ອນໄຂຂອງຜູ້ທີ່ຈະໄດ້ຮັບການຜ່ອນໂທດແມ່ນຈະຕ້ອງເປັນບຸກຄົນທີ່ມີຄວາມກິນແໜງແຄງໃຈຕໍ່ການກະທໍາຜິດຂອງຕົນ, ມີຄວາມບຸກບືນ, ຫ້າວຫັນໃນການປັບປຸງປ່ຽນແປງຕົນເອງທາງດ້ານແນວຄິດຈິດໃຈ ແລະ ການກະທຳ, ມີຜົນງານທີ່ດີເດັ່ນໃນຂະບວນການອອກແຮງງານ ແລະ ຕັ້ງໜ້າປະຕິບັດໂທດ, ກົດລະບຽບວິໄນຂອງຄ້າຍຄຸມຂັງ-ດັດສ້າງຢ່າງເຂັ້ມງວດ, ເປັນແບບຢ່າງທີ່ດີໃຫ້ແກ່ນັກໂທດດ້ວຍກັນ ຈຶ່ງຈະໄດ້ຮັບການອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວ ຕາມແນວທາງນະໂຍບາຍຂອງພັກ- ລັດ ຂັ້ນເທິງ.

ຜ່ານການຄົ້ນຄວ້າການອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວ ໃຫ້ກັບນັກໂທດ ຜູ້ມີມາດຖານ, ເງື່ອນໄຂ ຢູ່ແຂວງ ບໍລິຄໍາໄຊ ໃນປີ 2022 ມີຈໍານວນ 11 ຄົນ, ຍິງ 01 ຄົນ, ໃນນີ້ສະເໜີໄດ້ຮັບອະໄພຍະໂທດ, ຫຼຸດຜ່ອນໂທດ ຈຳນວນ 10 ຄົນ, ຍິງ 01, ອະໄພຍະໂທດປ່ອຍຕົວ 01 ຄົນ.

About admins14