ບໍລິຄຳໄຊ ສະຫຼຸບຖອດຖອນບົດຮຽນວຽກງານການຄຸ້ມຄອງພົນລະເມືອງ

ໃນວັນທີ 26 ມັງກອນ 2023 ທີ່ຫ້ອງປະຊຸມຫ້ອງວ່າການເມືອງຄໍາເກີດ ໄດ້ຈັດກອງປະຊຸມສະຫຼຸບວຽກງານຄຸ້ມຄອງພົນລະເມືອງ ແລະ ວຽກງານໂຄງການຈົດທະບຽນ-ສະຖິຕິພົນລະເມືອງປະຈຳປີ 2022 ແລະ ວາງທິດທາງແຜນການປະຈຳປີ 2023 ພາຍໃຕ້ການເປັນປະທານຂອງ ທ່ານ ສົມເພັດ ຄໍາມະນີ ຫົວໜ້າພະແນກພາຍໃນແຂວງບໍລິຄຳໄຊ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ຜາສຸກ ຈູມມລາວົງ ຮອງເຈົ້າເມືອງຄຳເກີດ, ມີບັນດາຫົວໜ້າຫ້ອງການພາຍໃນ 7 ຕົວເມືອງ, ພະນັກງານວິຊາການ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງພົນລະເມືອງ, ວຽກງານໂຄງການຈົດທະບຽນ-ສະຖິຕິພົນລະເມືອງ ປະຈໍາປີ 2022 ເຫັນວ່າໄດ້ຖືເອົາວຽກງານການຄຸ້ມຄອງພົນລະເມືອງ ເປັນວຽກທີ່ສໍາຄັນເປັນບຸລິມະສິດຂອງແຂວງ ແລະ ເອົາໃຈໃສ່ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ ໂດຍສະເພາະນິຕິກຳກ່ຽວກັບວຽກງານຄຸ້ມຄອງພົນລະເມືອງໃຫ້ພະນັກງານ, ທະຫານ, ຕຳຫຼວດ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າໄດ້ຮັບຮູ້ ແລະ ເຂົ້າໃຈ.

ຜ່ານມາ ການຈົດທະບຽນຄອບຄົວຕົວຈີງຍັງເຮັດໄດ້ໜ້ອຍ ເຮັດໃຫ້ໃນການເກັບກຳຂໍ້ມູນສະຖິຕິ ການເໜັງຕິງຂອງພົນລະເມືອງຍັງຕໍ່າ ເຊັ່ນ: ການຈົດທະບຽນການເກີດ, ແຕ່ງດອງ, ຢ່າຮ້າງ, ເສຍຊີວິດ, ການປ່ຽນຊື່, ນາມສະກຸນ ແລະ ການຍົກຍ້າຍພົນລະເມືອງ ຍັງບໍ່ທັນກ້ວາງຂວາງເທົ່າທີ່ຄວນ, ອີກຢ່າງໜຶ່ງການຍົກຍ້າຍຕັ້ງພູມລຳເນົາຂອງພົນລະເມືອງຈາກບ້ານ, ເມືອງ, ແຂວງ ແລະ ອີກຈຳນວນໜຶ່ງຍົກຍ້າຍໂດຍບໍ່ຖືກຕ້ອງ ເຮັດໃຫ້ສ້າງຄວາມບໍ່ສະຫງົບ ແລະ ປະກົດການຫຍໍ້ທໍ້, ການສ້າງຄອບຄົວລະຫວ່າງ ຄົນລາວກັບຄົນຕ່າງປະເທດ ຢູ່ນຳກັນໂດຍບໍ່ປະຕິບັດກົດໝາຍ ເຮັດໃຫ້ຕົກເປັນເຫຍື່ອຂອງການຄ້າມະນຸດ.

About admins14