ເມືອງວຽງທອງ ປິດບ້ານຈຸດສຸມຫຼໍ່ແຫຼມບ້ານວັງພຽງ

ໃນວັນທີ 27 ມັງກອນ 2023 ຢູ່ຫ້ອງການບ້ານວັງພຽງ ເມືອງວຽງທອງ ໄດ້ຈັດພິທີປິດສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ ຈຸດສຸມຫຼໍ່ແຫຼມບ້ານວັງພຽງ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຄຳມອນ ໄຊພົມມີ ຮອງເລຂາພັກເມືອງວຽງທອງ, ມີເລຂາພັກບ້ານ, ການຈັດຕັ້ງພາຍໃນບ້ານ ແລະ ພະນັກງານກໍ່ສ້າງຮາກຖານ ປະຈໍາຈຸດຫຼໍ່ແຫຼມ ເຂົ້າຮ່ວມ.

ທ່ານ ພັຕ ຢາວື່ ປົວວ່າງ ພະນັກງານຮາກຖານປະຈໍາຈຸດຫຼໍ່ແຫຼມບ້ານວັງພຽງ ໄດ້ຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ຈຸດສຸມຫຼໍ່ແຫຼມບ້ານວັງພຽງໃນໄລຍະ 4 ປີຜ່ານມາ ເຫັນວ່າຄະນະຮັບຜິດຊອບ ໄດ້ເຊື່ອມຊືມແນວທາງຂອງພັກ-ລັດ, ມະຕິ, ຄໍາສັ່ງ, ດໍາລັດ ແລະ ລະບຽບກົດໝາຍທີ່ຕິດພັນກັບບັນຫາ ທີ່ມັກເກີດຂື້ນຢູ່ພາຍໃນບ້ານ, ສາມາດແກ້ໄຂກໍລະນີຜູ້ມີອາວຸດເສີກໄວ້ໃນຄອບຄອງ ໂດຍບໍ່ໍຖືກຕ້ອງຕາມລະບຽບກົດໝາຍ 1 ກໍລະນີ, ແກ້ໄຂກຸ່ມຄົນບໍ່ດີ ທີ່ໄດ້ລັກລອບປູກຝີ່ນຢູ່ຂອບເຂດຂອງບ້ານໄດ້ 4 ສວນ ໄດ້ຮັບການທໍາລາຍສໍາເລັດ 100%, ແກ້ໄຂບັນຫາປະຊາຊົນພາຍໃນບ້ານ ບຸກລຸກການຖ່າງປ່າເຮັດໄຮ່ຢູ່ເຂດຫວງຫ້າມ, ເຂດຊົດເຊີຍຊີວະນາໆພັນ ແລະ ປ່າປ້ອງກັນແຫ່ງຊາດມີ 8 ຄອບຄົວ ໄດ້ແກ້ໄຂສໍາເລັດ 100 %, ແກ້ໄຂກໍລະນີມີການພົວພັນຢາເສບຕິດຜູ້ຂາຍ-ຜູ້ເສບມີ 24 ເປົ້າໝາຍ, ໄດ້ຮ່ວມກັບອໍານາດການປົກຄອງບ້ານ ແກ້ໄຂຂໍ້ຂັດແຍ່ງບັນດາປະກົດການຫຍໍ້ທໍ່ຕ່າງໆທີ່ເກີດຂື້ນຢູ່ບ້ານ ໄດ້ແກ້ໄຂໃຫ້ໝົດໄປ.

ສຳລັບທິດທາງແຜນການຕ່າງໆ ແມ່ນໄດ້ມອບໃຫ້ອຳນາດການປົກຄອງບ້ານ ສືບຕໍ່ຕິດຕາມສະພາບການ ແລະ ແກ້ໄຂບັນຫາໜໍ່ແໜງຄວາມບໍ່ສະຫງົບ ຂອງບ້ານໃຫ້ມີລັກສະນະຕໍ່ເນື່ອງ ແລະ ມີຄວາມສະຫງົບຢ່າງໜັກແໜ້ນ.

About admins14