ບໍລິຄຳໄຊ ສະຫຼຸບວຽກງານ ປກຊ – ປກສ ປະຈໍາ 2022

ວັນທີ 26 ມັງກອນ 2023 ຢູ່ຫ້ອງປະຊຸມຫ້ອງວ່າການເເຂວງ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງເຄື່ອນໄຫວວຽກງານ ປກຊ – ປກສ ແຂວງບໍລິຄຳໄຊ ປະຈຳປີ 2022 ແລະ ວາງທິດທາງແຜນການປະຈໍາປີ 2023 ໃຫ້ກຽດເປັນປະທານໂດຍ ທ່ານ ປອ ກອງເເກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າເເຂວງບໍລິຄຳໄຊ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເເຂວງ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ພົຕ ປອ ສະຫວ່າງໄຊ ສິນນະວົງ ກຳມະການພັກກະຊວງປ້ອງກັນປະເທດ ຫົວໜ້າຫ້ອງການຄະນະກຳມະການ ປກຊ-ປກສ ສູນກາງ, ມີບັນດາການນຳຂັ້ນເເຂວງ, ການນຳຂັ້ນເມືອງ, ຫົວໜ້າກອງບັນຊາການ ປກສ ແຂວງ, ຫົວໜ້າການເມືອງກອງບັນຊາການທະຫານເເຂວງ, ຫົວໜ້າກອງບັນຊາການ ປກສ ເມືອງ 7 ຕົວເມືອງ, ພ້ອມດ້ວຍກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບເເຂວງ ເຂົ້າຮ່ວມ.

ທ່ານ ພົນຈັດຕະວາ ຈວງຈັນ ລາດສະວົງ ຄະນະປະຈໍາພັກແຂວງ, ຮອງປະທານກໍາມະການ ປກຊ-ປກສ ແຂວງ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງເຄື່ອນໄຫວ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຮອບດ້ານ ປະຈໍາປີ 2022 ແລະ ທິດທາງແຜນການປີ 2023 ເຊີ່ງໄດ້ສະຫຼຸບຕີລາຄາຄືນສະພາບການຈັດຕັ້ງປະຕິບັດວຽກງານ ປກຊ-ປກສ ຢູ່ແຂວງບໍລິຄໍາໄຊ, ຕີລາຄາສະພາບລວມຂອງໂລກ, ພາກພື້ນ ແລະ ສະພາບລວມພາຍໃນປະເທດ ເວົ້າລວມ, ເວົ້າສະເພາະກໍ່ແມ່ນ ແຂວງບໍລິຄໍາໄຊ ພາຍໃຕ້ການຊີ້ນຳ-ນຳພາຂອງພັກ-ລັດຖະບານ, ຄະນະກຳມະການ ປກຊ-ປກສ ຂັ້ນສູນກາງ ແລະ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ໄດ້ຕັ້ງໜ້າປະຕິບັດສອງໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກກະຊວງ ປກຊ, ປກສ, ມະຕິກອງປະຊຸມໃຫ່ຍຂອງແຂວງ ແລະ ຂັ້ນຂອງຕົນ, ບັນດາກົດໝາຍຂອງລັດ, ເອົາໃຈໃສ່ຊີ້ນໍາບັນດາກົມກອງກໍ່ສ້າງພາລາທິການກັບທີ່ເພື່ອແກ້ໄຂປີວິດການເປັນຢູ່ຂອງກົມກອງໃຫ້ດີຂຶ້ນເທື່ອລະກ້າວ.

ໃນໄລຍະ 01 ປີຜ່ານມາ, ແຂວງ ບໍລິຄໍາໄຊ ແມ່ນຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ລະບົບການເມືອງຢູ່ຂັ້ນຮາກຖານໄດ້ຮັບການປັບປຸງໃຫ້ໜັກແໜ້ນ, ກຳລັງ ປກຊ-ປກສ ນັບມື້ເຕີບໃຫຍ່ເຂັ້ມແຂງ ເຮັດໃຫ້ປະຊາຊົນບັນດາເຜົ່າມີຄວາມສະດວກໃນການທໍາມາຫາກິນສ້າງເສດຖະກິດຄອບຄົວ ແລະ ພັດທະນາທ້ອງຖີ່ນຂອງຕົນໃຫ້ຈະເລີນຮຸ່ງເຮືອງສີວິໄລ ຕາມແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ, ຄະນະປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ສຸມໃສ່ສຶກສາອົບຮົມນໍ້າໃຈຮັກຊາດ, ການກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ, ການປັບປຸງກໍ່ສ້າງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍຕິດພັນຢ່າງເລິກເຊີ່ງກັບການພັດທະນາເສດຖະກິດ-ສັງຄົມຂອງຊາດ, ຂອງທ້ອງຖີ່ນ ແລະ ສຸມໃສ່ແກ້ໄຂບັນຫາ 04 ເຖື່ອນ ໂດຍຕິດພັນກັບ 09 ຫົວຂໍ້ສໍາມະນາວິທະຍາສາດຂອງແຂວງ ເຮັດໃຫ້ທົ່ວແຂວງມີສະຖຽນລະພາບທາງດ້ານການເມືອງ ສັງຄົມມີຄວາມສະຫງົບຢ່າງໜັກແໜ້ນ.

ຫຼັງຈາກນັ້ນ ບັນດາຜູ້ແທນກອງປະຊຸມ ຍັງໄດ້ພັດປ່ຽນກັນຂື້ນປະກອບຄໍາເຫັນແລກປ່ຽນສະພາບການວຽກງານເຊີ່ງກັນ ແລະ ກັນຢ່າງກົງໄປກົງມາ ແລະ ໄດ້ເອກະພາບກັນຕໍ່ກັບບົດສະຫຼຸບ ແລະ ຮັບຮອງເອົາທິດທາງແຜນການທີ່ຈະສຸມໃສ່ຈັດຕັ້ງປະຕິບັດ ໃນ ປີ 2023 ເພື່ອພ້ອມກັນນໍາໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບໝາກຜົນສູງຂື້ນກວ່າເກົ່າ.

ຕອນທ້າຍກອງປະຊຸມ ທ່ານ ປອ ກອງແກ້ວ ໄຊສົງຄາມ ຍັງໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດໃນການຊີ້ນຳ-ນໍາພາ, ການຈັດຕັ້ງປະຕິບັດວຽກງານ ປກຊ-ປກສ ໃນໄລຍະ 01 ປີຜ່ານມາ, ເຖິງແມ່ນວ່າໄດ້ປະເຊີນກັບສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກຫຼາຍປະການ ແຕ່ອໍານາດການປົກຄອງ, ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຕ່ລະຂັ້ນກໍ່ເຮັດສຳເລັດໜ້າທີ່ຂອງຕົນດ້ວຍນໍ້າໃຈບຸກທະລຸ.

ພ້ອມກັນນັ້ນ ທ່ານໄດ້ເນັ້ນໜັກໃຫ້ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍລິຄໍາໄຊ, ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງອັນມີກຽດຂອງຕົນ ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ ພ້ອມກັນຕັ້ງໜ້າຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ເພື່ອຕອບຕ້ານທັບມ້າງທຸກກົນອຸບາຍ ຫັນປ່ຽນໂດຍສັນຕິຂອງບັນດາອິດທິກໍາລັງປໍລະປັກ ເພື່ອຮັບປະກັນເຮັດໃຫ້ປະທດຊາດກໍ່ຄືແຂວງບໍລິຄໍາໄຊ, ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ປະຊາຊົນບັນດາເຜົ່າມີຄວາມຜາສຸກ.

About admins14