ບໍລິຄຳໄຊ ວາງແຜນພັດທະນາຊັບພະຍາກອນມະນຸດ ເພື່ອແກ້ໄຂບັນຫາ ພະນັກງານເຫລືອແຕ່ບໍ່ພໍ

ເພື່ອເຮັດໃຫ້ການບັນຈຸ, ການຍົກລະດັບ ແລະ ພັດທະນາລັດຖະກອນ ໃຫ້ມີຄວາມສອດຄ່ອງ, ເໝາະສົມ ແລະ ຖືກຕ້ອງ ຕາມຄວາມຮຽກຮ້ອງຕ້ອງການຕົວຈິງ ກອງປະຊຸມແນະນຳຄືນການສ້າງແຜນພັດທະນາ ແລະ ແຜນປະຕິບັດງານການພັດທະນາຊັບພະຍາກອນມະນຸດ ຂອງແຂວງ 5 ປີ (2021-2025) ໄດ້ຈັດຂຶ້ນໃນວັນທີ 13 ຕຸລາ 2020 ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ, ມີບັນດາພະແນກການ, ການນຳຈາກ 7 ຕົວເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການນຳສະເໜີ ຮູບແບບການວາງແຜນພັດທະນາຊັບພະຍາກອນມະນຸດ ດ້ວຍການນຳໃຊ້ 6 ຕາຕະລາງ ເຊິ່ງແຕ່ລະຕາຕະລາງ ປະກອບດ້ວຍຫຼາຍເນື້ອໃນສຳຄັນ ເປັນຕົ້ນແມ່ນ ການສັງລວມຈຳນວນພະນັກງານລັດຖະກອນ ທີ່ມີຢູ່ໃນປະຈຸບັນ ແລະ ແຍກລາຍລະອຽດ ໃນແຕລະລະດັບ, ວິຊາສະເພາະຢູ່ພາຍໃນປະເທດ ແລະ ຕ່າງປະເທດ, ການກຳນົດແຜນຍົກລະດັບວິຊາສະເພາະ ຂອງພະນັກງານໃນຂະແໜງການຕ່າງໆ ແຕ່ 2021-2025, ກຳນົດຄວາມຕ້ອງການບຸກຄະລາກອນ ທີ່ຈະຮັບໃຊ້ເຂົ້າໃນຂະແໜງ ທີ່ອາດຈະເກີດຂຶ້ນໃໝ່ໃນອານາຄົດ ພ້ອມທັງລະບຸສາຂາວິຊາສະເພາະ ແລະ ລະດັບການສຶກສາ, ສັງລວມຄວາມຕ້ອງການກໍ່ສ້າງບຸກຄະລາກອນ ແລະ ອື່ນໆ.

ພ້ອມກັນນັ້ນ ຍັງໄດ້ຮັບຟັງການນຳສະເໜີ ຕົວຢ່າງແຜນພັດທະນາຊັບພະຍາກອນມະນຸດ 5 ປີ ເຊິ່ງປະກອບດ້ວຍສະພາບການພັດທະນາຊັບພະຍາກອນມະນຸດ ໃນໄລຍະຜ່ານມາ, ຄາດໝາຍການພັດທະນາ ຮອດປີ 2025 ຂອງແຂວງ, ແຜນການປະຕິບັດ, ການຕິດຕາມ ແລະ ການປະເມີນຜົນ.

ຜູ້ເຂົ້າຮ່ວມ ຍັງໄດ້ມີການສະເໜີແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນຫຼາຍຫົວຂໍ້ສຳຄັນ ເຊັ່ນ: ການຈັດຕັ້ງປະຕິບັດບັນດາຂັ້ນຕ້ອນໃຫ້ມີຄວາມລະອຽດ, ການພັດທະນາຊັບພະຍາກອນມະນຸດ ໃຫ້ຖືກຕ້ອງຕາມຄວາມຕ້ອງການຂອງຕະຫຼາດແຮງງານ, ການຍົກລະດັບການຕິດຕາມກວດກາ ບັນດາຕົວຊີ້ບອກ ໃຫ້ມີປະສິທິພາບ ແລະ ອື່ນໆ ທັ້ງນີ້ ກໍ່ເພື່ອເປັນການຍົກລະດັບ, ພັດທະນາ ພະນັກງານລັດຖະກອນໃຫ້ມີຄຸນນະພາບ, ຊອກໃຫ້ໄດ້ເຖິງຄວາມຕ້ອງການຕົວຈິງ ຂອງແຕ່ລະສາຂາວິຊາທີ່ຈຳເປັນ, ຫຼຸດຜ່ອນບັນຫາພະນັກງານເຫຼືອບໍ່ພໍ ໃຫ້ຫຼຸດໜ້ອຍຖອຍລົງ ແລະ ຍັງເປັນການພັດທະນາຊັບພະຍາກອນມະນຸດ ໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ.

About admins14