ຊາວໜຸ່ມ ລະດົມທຶນ-ແຮງງານ ຊ່ວຍຄອບຄົວທຸກຍາກ ແລະ ໂຮງຮຽນປະຖົມສົມບູນໂພນສີ ເກືອບ 100 ລ້ານກີບ

ໃນວັນທີ 10 ຕຸລາ 2020 ໄດ້ມີພິທີມອບ-ຮັບເຮືອນ ໃຫ້ຄອບຄົວທ້າວ ຄຳເຊ ກໍແກ້ວວົງໄຊ ປະຊາຊົນບ້ານນ້ຳງຽບ ຄຸ້ມໂພນສີ ເມືອງປາກຊັນ ແຂວງບໍລິຄຳໄຊ ເຊິ່ງເປັນຄອບຄົວທຸກຍາກແລະ ພື້ນໂຮງຮຽນປະຖົມສົມບູນໂພນສີ ເຂົ້າຮ່ວມໂດຍ ທ່ານ ວັນວິໄລ ແດນພູຫຼວງ ປະທານແນວລາວສ້າງຊາດແຂວງ ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ, ທ່ານ ທອງມະນີ ໂຄດປັນຍາ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ມີບັນດາພະແນກການ, ພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.

ການປຸກເຮືອນໃຫ້ຄອບຄົວທຸກຍາກໃນຄັ້ງນີ້ ແມ່ນຄະນະຊາວໜຸ່ມແຂວງໄດ້ເປັນໃຈກາງ ໃນການປຸກລະດົມຂໍການປະກອບສ່ວນຈາກສັງຄົມ ເປັນຕົ້ນແມ່ນບໍລິສັດ, ຫ້າງຮ້ານ, ບຸກຄົນ ແລະ ນິຕິບຸກຄົນ ລວມທັງການຈັດຕັ້ງຊາວໜຸ່ມຮາກຖານຕ່າງໆອອ້ມຂ້າງແຂວງ, ໃນນັ້ນ ທ່ານ ໄຊຍະເພັດ ຈັນທິສອນ ປະທານສະມາຄົມນັກທຸລະກິດໜຸ່ມແຂວງ ໃນນາມສ່ວນຕົວ ແລະ ຄອບຄົວ ປະກອບສ່ວນການຕັດຫຼັງຄາ ລວມທັງແຮງງານ ແລະ ວັດຖຸ ມູນຄ່າ 31 ລ້ານກ່ວາກີບ, ທິມງານສອງລໍ້ສ້າງຝັນຊ່ວຍເຫຼືອສັງຄົມ ຈາກນະຄອນຫຼວງວຽງຈັນ ປະກອບສ່ວນເງິນສົດ 10 ລ້ານກ່ວາກີບ ແລະ ພາກສ່ວນອຶ່ນໆ. ການປຸກເຮືອນໃຫ້ຄອບຄົວອານາຖາ ແມ່ນໄດ້ເລີ່ມແຕ່ວັນທີ 3 ສິງຫາ 2020 ເປັນເຮືອນວິນລ່າຊັ້ນດຽວ ຂະໜາດ 6×9 ແມັດ ຫຼັງຄາໂຄງເຫຼັກມຸງດ້ວຍອາລູຊິງ, ຝາກໍ່ດ້ວຍດິນບ໋ອກ, ໂບກ ແລະ ເທພື້ນ ດ້ວຍເບຕົ່ງ ປະກອບມີ 1 ຫ້ອງນອນ, ຫ້ອງຮັບແຂກ, ເຮືອນຄົວ ແລະ ຫ້ອງນ້ຳ 1 ຫ້ອງ ພ້ອມຕິດຕັ້ງລະບົບໄຟ, ພັດລົມໃນເຮືອນຄົບຊຸດ, ດ້ານແຮງງານ ແມ່ນການສົມທົບຂອງຄອບຄົວຜູ້ກ່ຽວ, ພໍ່ແມ່ປະຊາຊົນພາຍໃນບ້ານ ຈຳນວນ 60 ແຮງງານ ແລະ ແຮງງານຂອງຊາວໜຸ່ມອາສາສະໝັກຕະລຸມບອນ ຊາວໜຸ່ມທະຫານແຂວງ, ພະນັກງານຫ້ອງການຊາວໜຸ່ມແຂວງ, ຊາວໜຸ່ມເມືອງປາກຊັນ ແລະ ພະແນກການອອ້ມຂ້າງແຂວງ 140 ແຮງງານ, ການກໍ່ສ້າງເຮືອນດັ່ງກ່າວ ມາຮອດປະຈຸບັນແມ່ນໄດ້ສຳເລັດແລ້ວ ລວມມູນຄ່າກໍ່ສ້າງທັງໝົດ 76 ລ້ານກ່ວາກີບ.

ສຳລັບການຊ່ວຍເຫຼືອເທພື້ນອາຄານໂຮງຮຽນປະຖົມສົມບູນໂພນສີ ຂະໜາດ 9×54 ແມັດ ມີຈຳນວນ 6 ຫ້ອງຮຽນ ແລະ 1 ຫ້ອງການ ໄດ້ຈັດຕັ້ງປະຕິບັດໃນລະຫວ່າງວັນທີ 5-6 ກັນຍາ 2020 ໂດຍໄດ້ຮັບການສົມທົບທຶນຊື້ວັດຖຸອະປະກອນ ຈາກທິມງານສອງລໍ້ສ້າງຝັນຊ່ວຍເຫຼືອສັງຄົມ ມູນຄ່າ 9.000.000 ກີບ ແລະ ການປະກອບສ່ວນແຮງງານ ຈາກພໍ່ແມ່ປະຊາຊົນພາຍໃນບ້ານນ້ຳງຽບ ຈຳນວນ 100 ກ່ວາຄົນ, ລວມມູນຄ່າການກໍ່ສ້າງທັງໝົດ 20 ລ້ານກ່ວາກີບ.

ໂອກາດດຽວກັນນີ້ ທາງທິມງານສອງລໍ້ສ້າງຝັນຊ່ວຍເຫຼືອສັງຄົມ ຍັງໄດ້ມອບເຄື່ອງອຸປະໂພກບໍລິໂພກ ພ້ອມດ້ວຍອຸປະກອນການສຶກສາ ໃຫ້ຄະນະບໍລິຫານງານຊາວໜຸ່ມແຂວງ, ຄອບຄົວ ທ້າວ ຄຳເຊ ກໍແກ້ວວົງໄຊ ແລະ ໂຮງຮຽນປະຖົມສົມບູນໂພນສີ.

About admins14