ວັງຍາງນາວາ ຄອງຂັນຊະນະເລີດ ທ່າວັດນ້ຳງຽບ

ງານແຂ່ງຂັນຊ່ວງເຮືອຕາມປະເພນີອອກພັນສາ ປະຈຳປີ ພ.ສ 2563 (ປະເພດ 18-22 ສີພາຍຊາຍ) ໄດ້ຈັດຂຶ້ນ ທີ່ທ່ານ້ຳ ວັດບ້ານນ້ຳງຽບ, ເມືອງປາກຊັນ, ແຂວງບໍລີຄຳໄຊ ໃນວັນທີ 10 ຕຸລາ 2020 ເຊິ່ງມີເຮືອທັງໝົດ 6 ລຳ (ສະເພາະບ້ານພາຍໃນເທດສະບານເມືອງປາກຊັນ) ເຂົ້າຮ່ວມແຂ່ງຂັນ ຊີງໄຊ.

ຈາກຜົນການແຂ່ງຂັນ ອັນດັບທີ 1 ໄດ້ແກ່ເຮືອ ວັງຍາງນາວາ ບ.ສີວິໄລ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 2 ລ້ານກີບ, ອັນດັບທີ 2 ໄດ້ແກ່ເຮືອເທບສອນໄຊ ບ. ອານຸສອນໄຊ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 1.600.000 ກີບ, ອັນດັບທີ 3 ໄດ້ແກ່ເຮືອກຸຫລາບແດງ I ບ. ກ້ວຍອຸດົມ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 1 ລ້ານກີບ, ອັນດັບທີ 4 ໄດ້ແກ່ເຮືອເທບພະບຸດສິງດຳ ບ. ນ້ຳງຽບ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 8 ແສນກິີບ, ອັນດັບທີ 5 ໄດ້ແກ່ເຮືອກຸຫລາບແດງ II ກ້ວຍອຸດົມ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 6 ແສນກີບ, ອັນດັບທີ 6 ໄດ້ແກ່ເຮືອນາງຕາດໄຮໃຈເພັດ ກ້ວຍອຸດົມ, (ຄຸ້ມແສນອຸດົມ) ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 4 ແສນກີບ.

ການຈັດແຂ່ງຂັນຊ່ວງເຮືອຄັ້ງນີ້ ກໍ່ເພື່ອເປັນການອະນຸລັກຮັກສາຮີດຄອງປະເພນີອັນດີງາມຂອງຊາດ, ຂອງປະຊາຊົນບັນດາເຜົ່າ ແລະ ບ້ານ ທີ່ເຄີຍປະຕິບັດກັນມາ ພ້ອມທັງສ້າງຄວາມສາມັກຄີ, ຄວາມຮັກແພງ ແລະ ມິດຕະພາບອັນແໜ້ນແຟ້ນຂອງນັກກິລາສີພາຍ ທຸກພາກສ່ວນ ທີ່ເຂົ້າຮ່ວມແຂ່ງຂັນ.

About admins16