ບໍລິຄຳໄຊ ມອບ-ຮັບໜ້າທີ່ການນຳຂັ້ນແຂວງ ຫລາຍຕຳແໜ່ງງານ

ພິທີມອບ-ຮັບໜ້າທີ່ ປະທານແນວລາວສ້າງຊາດແຂວງ, ປະທານກວດກາແຂວງ, ຮັກສາການຫົວໜ້າພະແນກການເງິນ ແລະ ພະແນກແຜນການ-ການລົງທຶນ ໄດ້ຈັດຂຶ້ນໃນວັນທີ 18 ທັນວາ 2020 ຢູ່ຫ້ອງວ່າການແຂວງ ເປັນປະທານໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄໍາໄຊ, ມີຄະນະປະຈຳ, ກຳມະການພັກແຂວງ, ພະນັກງານລັດຖະກອນ ຈາກອົງການ ແລະ ພະແນກການກ້ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກແຂວງ ສະບັບເລກທີ 628, 629 ແລະ 634 ລົງວັນທີ 3 ທັນວາ 2020 ແລະ ຂໍ້ຕົກລົງຂອງເຈົ້າແຂວງບໍລິຄໍາໄຊ ສະບັບເລກທີ 728, 729, 732, 766 ແລະ 767 ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານ, ການຍົກຍ້າຍບ່ອນປະຈຳການ ແລະ ການແຕ່ງຕັ້ງຮັກສາການ ຄື: ຕົກລົງຍົກຍ້າຍ ທ່ານ ດວງຕາ ມໍລະຄາສຸກ ຄະນະປະຈໍາພັກແຂວງ ເຈົ້າເມືອງທ່າພະບາດ ໄປປະຈໍາການຮັບໜ້າທີ່ໃໝ່ຢູ່ອົງການກວດກາລັດແຂວງ ພ້ອມທັງແຕ່ງຕັ້ງເປັນຮັກສາການ ປະທານອົງການກວດກາລັດແຂວງບໍລິຄໍາໄຊ, ຕົກລົງຍົກຍ້າຍ ທ່ານ ບຸນຄ້ຳ ໄຊເຢ່ຍລໍວື່ ຄະນະປະຈໍາພັກແຂວງ ປະທານກວດກາລັດແຂວງ ໄປປະຈໍາການຮັບໜ້າທີ່ໃໝ່ ຢູ່ອົງການແນວລາວສ້າງຊາດແຂວງ ພ້ອມທັງແຕ່ງຕັ້ງເປັນປະທານແນວລາວສ້າງຊາດແຂວງບໍລິຄໍາໄຊ, ຕົກລົງຍົກຍ້າຍ ທ່ານ ເລື່ອນວິໄລ ຈັນທະລາພັນ ກຳມະການປະຈຳພັກແຂວງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ໄປປະຈຳການຮັບໜ້າທີ່ໃໝ່ຢູ່ສະພາປະຊາຊົນແຂວງ, ບົ່ງຕົວແຕ່ງຕັ້ງ ທ່ານ ໄຊອຳພອນ ສີຫາວົງ ກຳມະການພັກແຂວງ ເປັນເລຂາຄະນະພັກຮາກຖານພະແນກແຜນການ ແລະ ການລົງທຶນແຂວງ ພ້ອມທັງແຕ່ງຕັ້ງເປັນຮັກສາການຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ແລະ ບົ່ງຕົວແຕ່ງຕັ້ງ ທ່ານ ບຸນລ້ຽງ ດວງສະເພົາທອງ ກໍາມະການພັກແຂວງ ເປັນເລຂາຄະນະພັກຮາກຖານພະແນກການເງິນແຂວງ ພ້ອມທັງແຕ່ງຕັ້ງເປັນຮັກສາການຫົວໜ້າພະແນກການເງິນແຂວງບໍລິຄໍາໄຊ.

ໂອກາດນີ້ ທ່ານ ປອ ກອງແກ້ວ ໄຊສົງຄາມ ຍັງໄດ້ໃຫ້ທິດຊີ້ນຳໃນຫຼາຍວຽກງານທີ່ສຳຄັນ ເປັນຕົ້ນແມ່ນ ໃຫ້ສຸມໃສ່ສຶກສາອົບການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ ແລະ ພະນັກງານ ໃຫ້ເລິກເຊີ່ງກວ້າງຂວາງ, ກຳແໜ້ນໃຫ້ໄດ້ເຖິງສິດ, ໜ້າທີ່ ແລະ ພາລະບົດບາດ ຂອງແຕ່ລະຂະແໜງການວາງອອກ ເພື່ອສືບຕໍ່ນຳພາ-ຊີ້ນຳ ເຮັດໃຫ້ວຽກງານໄດ້ທັງປະລິມານ ແລະ ຄຸນນະພາບ, ຮັບປະກັນການປະຕິບັດລັດຖະທຳມະນູນ, ລະບຽບ, ກົດໝາຍ ແລະ ມະຕິຄຳສັ່ງ ທີ່ພົວພັນກັບຂະແໜງການຂອງຕົນ ຢ່າງເຂັ້ມງວດ, ໃຫ້ຮັກສາຄວາມສາມັກຄີເປັນເອກະພາບ ບົນຫຼັກການລວມສູນປະຊາທິປະໄຕ ນຳພາເປັນໝູ່ຄະນະ, ເຮັດວຽກຢ່າງມີແບບແຜນ, ແຜນການ, ຈຸດສຸມ, ຄາດໝາຍ ແລະ ອື່ນໆ ທັ້ງນີ້ກໍ່ເພື່ອເຮັດໃຫ້ ແຜນພັດທະນາເສດຖະກິດສັງຄົມ 5 ປີ ແລະ ໜ້າວຽກຈຸດສຸມ ທີ່ໄດ້ກໍານົດໄວ້ໃນມະຕິກອງປະຊຸມໃຫຍ່ ອົງຄະນະພັກແຂວງບໍລິຄໍາໄຊ ຄັ້ງທີ 7 ໃຫ້ປະກົດຜົນເປັນຈິງ.

About admins14