ຂົງເຂດວັດທະນະທຳສັງຄົມ ເຊື່ອມຊຶມມະຕິ ກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງ

ກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິ ກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 18 ທັນວາ 2020 ຢູ່ສະໂມສອນໃຫຍ່ຂອງແຂວງ ໃຫ້ກຽດເຜີຍແຜ່ໂດຍສະຫາຍ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳສັງຄົມ, ມີກຳມະການພັກແຂວງ, ຫົວໜ້າ, ຮອງຫົວໜ້າຂະແໜງ ຈາກພະແນກການ ແລະ ພະນັກງານລັດຖະກອນທົ່ວຂົງເຂດວັດທະນະທຳສັງຄົມເຂົ້າຮ່ວມ.

ໃນພິທີ ສະຫາຍຮອງເຈົ້າແຂວງ ໄດ້ຍົກໃຫ້ເຫັນວ່າ: ໄລຍະຜ່ານມາ ອົງຄະນະພັກແຂວງໄດ້ສຸມໃສ່ຈັດຕັ້ງປະຕິບັດຫຼາຍວຽກງານສຳຄັນ ເຮັດໃຫ້ໄດ້ຮັບຜົນສຳເລັດເປັນຢ່າງດີ ທົ່ວແຂວງມີຄວາມສະຫງົບໂດຍພື້ນຖານ ແລະ ໜັກແໜ້ນ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນອັດຕາສະເລ່ຍ 6,5% ຕໍ່ປີ, ການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ກໍ່ໄດ້ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານໃນຫຼາຍຮູບການ ແລະ ນໍາພາ-ຊີ້ນໍາຈັດຕັ້ງປະຕິບັດຕາມ 4 ເນື້ອໃນ 4 ຄາດໝາຍ ໂດຍການປັບປຸງລະບົບການເມືອງຢູ່ຮາກຖານຢ່າງໜັກແໜ້ນ, ຈັດສັນເຕົ້າໂຮມບ້ານ, ສ້າງບ້ານໃຫຍ່ໃຫ້ກາຍເປັນບ້ານໃຈກາງພັດທະນາ ແລະ ກາຍເປັນສີສັນຕົວເມືອງນ້ອຍໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນ, ທົ່ວແຂວງມີຄອບຄົວພົ້ນທຸກ ກວມ 98,2%, ບ້ານພົ້ນທຸກກວມ 89% ແລະ ເມືອງພົ້ນທຸກ 6 ເມືອງ, ມີຄອບຄົວພັດທະນາ 86,73%, ບ້ານພັດທະນາກວມ 70,44%, ຜົນປະເມີນປີ 2019 ຕາມດໍາລັດ 348/ນຍ ມີຄອບຄົວພົ້ນທຸກກວມ 93,2%, ບ້ານພົ້ນທຸກກວມ 84,48%, ເມືອງພົ້ນທຸກ 5 ເມືອງ ແລະ ມີຄອບຄົວພັດທະນາ 87%, ບ້ານພັດທະນາກວມ 73,54%.

ສຳລັບທິດທາງໜ້າທີ່ ແລະ ຄາດໝາຍສູ້ຊົນ ໄລຍະປີ 2021-2025 ແຂວງບໍລິຄຳໄຊ ຈະສືບຕໍ່ເຮັດໃຫ້ທົ່ວແຂວງມີຄວາມສະຫງົບປອດໄພ ແລະ ໜັກແໜ້ນ ເພື່ອສ້າງປັດໄຈພື້ນຖານໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂະຫຍາຍຕົວ, ປະຕິບັດການສ້າງບ້ານ, ກຸ່ມບ້ານພັດທະນາ ຕິດພັນກັບວຽກງານ 3 ສ້າງ ໃຫ້ເຂົ່າສູ່ລວງເລີກ, ປັບປຸງບູລະນະ ລະບົບການເມືອງປະຊາທິປະໄຕປະຊາຊົນໃຫ້ເຂັ້ມແຂງ ພາຍໃຕ້ຄຳຂວັນທີ່ວ່າ “ເພີ່ມທະວີບົດບາດການນຳພາຂອງພັກ, ເສີມຂະຫຍາຍມູນເຊື້ອສາມັກຄີ, ສ້າງການຫັນປ່ຽນສູ່ການພັດທະນາທີ່ເຂັ້ມແຂງ ແລະ ຍືນຍົງ”.

About admins16