ສະຫະພັນແມ່ຍິງ ຮາກຖານ ປກສ ເມືອງບໍລິຄັນ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ່ IV

  

ຕອນເຊົ້າວັນທີ 15 ທັນວາ 2020 ສະຫະພັນແມ່ຍິງ ຮາກຖານກອງບັນຊາການ ປກສ ເມືອງບໍລິຄັນ ແຂວງບໍລິຄຳໄຊ, ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ IV ຂື້ນຢ່າງເປັນທາງການ, ໂດຍການເປັນປະທານຂອງສະຫາຍ ຮອ ນາງ ພູຊອນ ປັນຍານຸວົງ ຄະນະບໍລິຫານງານສະຫະພັນແມ່ຍິງເມືອງ, ປະທານສະຫະພັນແມ່ຍິງຮາກຖານ ປກສ ເມືອງບໍລິຄັນ, ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ນາງ ຕູ່ນຄໍາ ແກ່ນບ່າວສະຫວ່າງ, ຄະນະບໍລິຫານງານສະຫະພັນແມ່ຍີງແຂວງ ປະທານ ສະຫະພັນແມ່ຍີງ ເມືອງບໍລິຄັນ ແລະ ສະຫາຍ ພັທ ແກ້ວສຸວັນ ວັນນະແຝງ ຄະນະປະຈຳພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການ ປກສ ເມືອງບໍລິຄັນ, ມີບັນດາບັນດາຫົວໜ້າໜ່ວຍສະຫະພັນແມ່ຍີງອ້ອມຂ້າງເມືອງ, ຕະຫຼອດຮອດສະມາຊິກແມ່ຍີງທົ່ວກອງບັນຊາການ ປກສ ເມືອງ ເຂົ້າຮ່ວມ.

ສະຫາຍ ຮ້ອຍເອກ ນາງ ພູຊອນ ປັນຍານຸວົງ ໄດ້ຂື້ນຜ່ານບົດລາຍງານການເມືອງສອງພາກ ຍົກໃຫ້ເຫັນຜົນງານການເຄື່ອນໄຫວວຽກງານໃນໄລຍະຜ່ານມາ ວ່າ: ຮາກຖານສະຫະພັນແມ່ຍິງ ກອງບັນຊາການ ປກສ ເມືອງ ແມ່ນອົງການຈັດຕັ້ງມະຫາຊົນໜື່ງ ທີ່ຂື້ນກັບຮາກຖານພັກກອງບັນຊາການ ປກສ ເມືອງບໍລິຄັນ ໂດຍພາຍໄຕ້ຊີ້ນຳ-ນຳພາຂອງຄະນະພັກ-ຄະນະກອງບັນຊາການ ປກສ ເມືອງ, ມີຄະນະ 03 ສະຫາຍ, ສະມາຊິກ 24 ສະຫາຍ, ໃນນີ້ ມີສະມາຊີກພັກ 19 ສະຫາຍ, ສົມບູນ 18 ສະຫາຍ, ສຳຮອງ 01 ສະຫາຍ, ຮຽນສະໜັບສະໜູນ 02 ສະຫາຍ, ມະຫາຊົນ 03 ສະຫາຍ, ຊັບຊ້ອນໃຫ້ 05 ພະແນກ ແລະ ລົງປະຈຳຢູ່ກຸ່ມບ້ານ 01 ສະຫາຍ.

ໃນໄລຍະຜ່ານມາ ສະຫະພັນແມ່ຍິງຮາກຖານກອງບັນຊາການ ປກສ ເມືອງບໍລິຄັນ ໄດ້ເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບ ຊີ້ນຳ-ນຳພາ ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ສະມາຊິກແມ່ຍິງ, ສ້າງຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ຮູ້ຈຳແນກໄດ້ມິດ ສັດຕູ ຢ່າງຈະແຈ້ງ, ເຮັດໃຫ້ສະມາຊິກແມ່ຍິງທຸກສະຫາຍ ເຫັນໄດ້ຄວາມໝາຍຄວາມສຳຄັນ ສິດຜົນປະໂຫຍດ ຂອງແມ່ຍິ, ເຮັດໃຫ້ທຸກຄົນມີຄວາມບຸກບືນຜ່ານຜ່າຕໍ່ຄວາມຫຍຸ້ງຍາກ, ມີແນວຄິດອຸ່ນອ່ຽງທູ່ນທ່ຽງ, ປະຕິບັດໜ້າທີ່ວິຊາສະເພາະທີ່ຖືກມອບໝາຍດ້ວຍຜົນສຳເລັດດີ.

ຜ່ານການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະ 04 ປີ ຜ່ານມາ, ສະຫະພັນແມ່ຍິງຮາກຖານກອງບັນຊາການ ປກສ ເມືອງບໍລິຄັນ ສາມາດຄັດເລືອກຄອບຄົວຕົວແບບອອກເປັນ 03 ປະເພດ ຄື: ຄອບຄົວ 3 ດີ 20 ຄອບຄົວ, ຄອບຄົວວັດທະນະທໍາ 24 ຄອບຄົວ ແລະ ຄອບຄົວພັດທະນາດີ 21 ຄອບຄົວ.

ສະຫະພັນແມ່ຍິງຮາກຖານກອງບັນຊາການ ຍັງມີເງິນກອງທຶນສະສົມເພື່ອຊ່ວຍເຫຼືອນະໂຍບາຍເອື້ອຍ-ນ້ອງແມ່ຍິງໃນຍາມຂາດເຂີນ, ເຈັບເປັນ, ເກີດລູກ, ນອນໂຮງໝໍ ເຊິ່ງປະຈຸບັນ ມີເງິນກອງທຶນສະສົມຈຳນວນ 21,760,000 ກີບ.

ຕອນທ້າຍກອງປະຊຸມ ຍັງໄດ້ປ່ອນບັດເລືອກຕັ້ງເອົາຄະນະສະຫະພັນແມ່ຍິງຮາກຖານກອງບັນຊາການ ປກສ ເມືອງບໍລິຄັນຊຸດໃໝ່ ເຊີ່ງມີຜູ້ສະໝັກ 05 ສະຫາຍ, ເລືອກເອົາ 03 ສະຫາຍ, ຜ່ານການປ່ອນບັດເລືອກຕັ້ງ ແລະ ຜົນກອງປະຊຸມຄັ້ງປະຖົມມະລືກ ເລືອກໄດ້ສະຫາຍ ຮ້ອຍເອກ ນາງ ພູຊອນ ປັນຍານຸວົງ ເປັນປະທານຮັບຜິດຊອບຊີ້ນຳ-ນຳພາລວມ, ສະຫາຍ ພັຕ ນາງ ຫຼ້າຊ້ອນ ສຸພັນສາ ເປັນຮອງປະທານ, ຮັບຜິດຊອບ ວຽກງານເສດຖະກິດ, ຂະບວນການຕ່າງໆ, ສະຫາຍ ຮ້ອຍເອກ ນາງ ວຽງຄຳ ພັດສະນົນ ເປັນຄະນະ ຮັບຜິດຊອບວຽກງານວັດທະນະທຳ-ສັງຄົມ ແລະ ກວດກາ.

 

About admin11