ບໍລິຄຳໄຊ ປຶກສາຫາລືແລກປ່ຽນຂໍ້ມູນ ແລະ ເຜີຍແຜ່ນະໂຍບາຍ ວຽກງານສົ່ງເສີມອຸດສາຫະກຳ

ກອງປະຊຸມປຶກສາຫາລືແລກປ່ຽນຂໍ້ມູນ ແລະ ເຜີຍແຜ່ນະໂຍບາຍ, ນິຕິກຳ ຮູບແບການຊຸກຍູ້ສົ່ງເສີມ ແລະ ພັດທະນາອຸດສາຫະກຳ ໄດ້ຈັດຂຶ້ນໃນວັນທີ 21 ຕຸລາ 2022 ຢູ່ຫ້ອງປະຊຸມຫ້ອງວ່າການ ແຂວງບໍລິຄຳໄຊ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ ແລະ ທ່ານ ປອ ບົວວັນ ວິລະວົງ ຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ ກະຊວງອຸດສາຫະກຳ ແລະ ການຄ້າ, ມີພະແນກການ, ເມືອງ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ສະພາການຄ້າ ແລະ ອຸດສາຫະກຳແຂວງ, ຕາງໜ້າຈາກບໍລິສັດ ແລະ ພາກສ່ວນກ່ຽວຂ້ອງ ຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັັບຟັງວິໄສທັດຂອງແຂວງບໍລິຄຳໄຊ ແຕ່ປີ 2016 – 2030 ໂດຍຈະສ້າງໃຫ້ແຂວງບໍລິຄໍາໄຊກາຍເປັນປະຕູເສດຖະກິດ, ແຫຼ່ງຜະລິດພະລັງງານ – ບໍລິການທາງຜ່ານ, ຄຸ້ມຄອງສິ່ງແວດລ້ອມແບບຍືນຍົງ, ເພື່ອບັນລຸໄດ້ບັນດາເປົ້າໝາຍທີ່ວາງໄວ້ນັ້ນ ຈະໄດ້ສຸມໃສ່ການພັດທະນາພື້ນຖານການຄົມມະນາຄົມ – ຂົນສົ່ງ ເປັນຕົ້ນແມ່ນ ການກໍ່ສ້າງຂົວມິດຕະພາບແຫ່ງທີ 5 ປາກຊັນ – ບຶງການ, ການຍົກລະດັບເສັ້ນທາງ ເພື່ອເຊື່ອມຕໍ່ກັບບັນດາແຂວງ ພາຍໃນປະເທດ ແລະ ຕ່າງປະເທດ, ເອົາໃຈໃສ່ພັດທະນາເຂດບໍລິການ, ເຂດອຸດສາຫະກຳ – ການຄ້າ, ການລົງທຶນ, ພ້ອມນັ້ນ ຍັງໄດ້ເລັ່ງພັດທະນາບັນດາພື້ນຖານໂຄງລ່າງອື່ນໆ ໃຫ້ດີຂຶ້ນຢ່າງເປັນລໍາດັບ.

ໄດ້ຮັບຟັງການນຳສະເໜີນະໂຍບາຍ ແລະ ນິຕິກໍາ ວ່າດ້ວຍການພັດທະນາເຂດອຸດສາຫະກຳ ສປປ ລາວ, ບົດຮຽນ ແລະ ຮູບແບບການພັດທະນາ ເຂດອຸດສາຫະກຳ ແຂວງອຸດົມໄຊ. ພ້ອມນັ້ນ ຍັງໄດ້ມີການສະເໜີແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນຫຼາຍວຽກງານສຳຄັນ ເປັນຕົ້ນແມ່ນ ການຍົກລະດັບການນໍາໃຊ້ທ່າແຮງທີ່ມີ ໃຫ້ເກີດປະໂຫຍດສູງສຸດ, ສົ່ງເສີມການລົງທຶນຂອງບັນດາບໍລິສັດພາຍໃນໃຫ້ຫຼາຍຂຶ້ນ, ເພີ່ມທະວີການພົວພັນຂອງພາກສ່ວນກ່ຽວຂ້ອງ ໃນການແລກປ່ຽນ, ຖອດບົດຮຽນ ແລະ ວຽກງານອື່ນໆ ເພື່ອເຮັດໃຫ້ວຽກງານຊຸກຍູ້ສົ່ງເສີມ ແລະ ພັດທະນາເຂດອຸດສາຫະກຳຂອງແຂວງບໍລິຄຳໄຊ ກໍ່ຄືໃນທົ່ວປະເທດ ໃຫ້ໄດ້ຮັບການພັດທະນາ ແລະ ມີປະສິດທິຜົນສູງສຸດ.

About admins14