ກອງປະຊຸມຄົບຄະນະບໍລິຫານງານພັກແຂວງບໍລິຄຳໄຊ ຄັ້ງທີ 9 ສະໄໝ ທີ VII

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງບໍລິຄຳໄຊ ຄັ້ງທີ 9 ສະໄໝ ທີ VII ໄດ້ໄຂຂຶ້ນໃນວັນທີ 24 ຕຸລາ 2022 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າພະແນກການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ສະໄໝທີ 7 ອົງຄະນະພັກແຂວງ 9 ເດືອນ 2022 ວ່າ: ຄະນະພັກແຕ່ລະຂັ້ນ ໄດ້ເປັນເຈົ້າການນຳພາ – ຊີ້ນຳຈັດຕັ້ງເຜີຍແຜ່, ເຊື່ອມຊຶມຜັນຂະຫຍາຍບັນດາມະຕິ, ຄຳສັ່ງຂອງສູນກາງ ແລະ ຂອງແຂວງ ລົງສູ່ຮາກຖານຢ່າງທົ່ວເຖິງ ເປັນຕົ້ນ: ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 3 ແລະ 4, ມະຕິ ຄັ້ງທີ 6,7 ແລະ 8 ອົງຄະນະພັກແຂວງ, ເອກະສານນຳພາແນວຄິດ ກ່ຽວກັບສະພບຫຍຸ້ງຍາກດ້ານເສດຖະກິດ – ການເງິນ ພາຍໃຕ້ຄຳຂວັນ “ ພົນລະເມືອງລາວທຸກຄົນເປັນເຈົ້າຂອງປະເທດ ຍາມປະເທດຊາດພົບຄວາມຫຍຸ້ງຍາກຂັດສົນ ທຸກຄົນຕ້ອງຊ່ວຍຊາດ ເພື່ອພ້ອມກັນຂ້າມຜ່ານ ວິກິດການໄປໃຫ້ໄດ້ ”, ດໍາລັດຂອງລັດຖະບານ ເລກທີ 205/ລບ, ລົງວັນທີ 22 ກໍລະກົດ 2022 ວ່າດ້ວຍການປະຢັດ ແລະ ຕ້ານການຟູມເຟືອຍ ແລະ ສອງວາລະແຫ່ງຊາດ ໄດ້ 136 ຄັ້ງ ມີຜູ້ເຂົ້າຮ່ວມທັງໝົດ 15,344 ເທື່ອຄົນ.

ການຈັດຕັ້ງປະຕິບັດຄາດໝາຍດ້ານເສດຖະກິດມະຫາພາກ ໃນໄລຍະ 9 ເດືອນຜ່ານມາ ລວມຍອດຜະລິດຕະພັນພາຍໃນ ບັນລຸ 5.296 ຕື້ກີບ ອັດຕາການຂະຫຍາຍຕົວ 4,57% ສະເລ່ຍຕໍ່ຫົວຄົນ 1.259 ໂດລາສະຫະລັດ ຫຼື 16,44 ລ້ານກວ່າກີບ, ໃນນັ້ນ ຂະແໜງກະສິກຳ – ປ່າໄມ້ ຂະຫຍາຍຕົວ 7,63% ກວມ 32,93%, ຂະແໜງອຸດສາຫະກຳ – ກໍ່ສ້າງ ຂະຫຍາຍຕົວ 3,29% ກວມ 43,89% ແລະ ຂະແໜງບໍລິການ ຂະຫາຍຕົວ 3,58% ກວມ 23,18%, ຈັດຕັ້ງປະຕິບັດຕາມ 4 ເນື້ອໃນ 4 ຄາດໝາຍ ຢ່າງແຂງແຮງ, ຫັນເອົາພະນັກງານລົງກໍ່ສ້າງຮາກຖານ ມີທັງໝົດ 394 ສະຫາຍ, ຍິງ 15 ສະຫາຍ, ໃນນັ້ນ ປະຈຳຢູ່ຈຸດຫຼໍ່ແຫຼມຂອງແຂວງ 11 ສະຫາຍ, ມາຈາກສູນກາງ 131 ສະຫາຍ, ຍິງ 1 ສະຫາຍ, ພະນັກງານພາຍໃນ 7 ເມືອງ 152 ສະຫາຍ, ຍິງ 14 ສະຫາຍ, ລະດົມທຶນ ແລະ ນຳໃຊ້ທຸກກຳລັງແຮງທົ່ວສັງຄົມ ມີສ່ວນຮ່ວມແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕາມດຳລັດ 348/ນຍ, ປະຈຸບັນທົ່ວແຂວງ ມີຄອບຄົວພົ້ນທຸກ ກວມ 96,06%.

ກອງທຶນໜຶ່ງດວງໃຈບໍລິຄຳໄຊຊ່ວຍເຫຼືອສັງຄົມ ໄດ້ເປັນເຈົ້າການເຄື່ອນໄຫວຕາມພາລະບົດບາດຂອງກອງທຶນ ໃນການປະກອບສ່ວນຊ່ວຍເຫຼືອບັນເທົາທຸກໃນສັງຄົມ ໄປຄຽງບ່າຄຽງໄຫຼ່ກັບອົງການປົກຄອງແຂວງ ເຊັ່ນ: ໄດ້ມອບເຂົ້າ ສານ, ອາຫານແຫ້ງ, ເຄື່ອງນຸ່ງຫົ່ມ, ຜ້າຫົ່ມ ແລະ ເງິນສົດຈຳນວນໜຶ່ງ ເພື່ອບັນເທົາທຸກເບື້ອງຕົ້ນ ຊ່ວຍເຫຼືອຄອບຄົວທຸກຍາກ ຈໍານວນ 52 ຄອບຄົວ, ຄອບຄົວອານາຖາ 6 ຄອບຄົວ, ຄອບຄົວ ຖືກຜົນກະທົບຈາກອັກຄີໄພ, ຊື້ວັດສະດຸ ອຸປະກອນ ແລະ ຄ່າໃຊ້ຈ່າຍຕ່າງໆ ສ້ອມແປງຫ້ອງຮຽນ ແລະ ມອບອຸປະກອນການຮຽນ ໃຫ້ໂຮງຮຽນປະຖົມສົມບູນໄຊສະຫວັນ ເມືອງທ່າພະບາດ ລວມມູນຄ່າ 68 ລ້ານກີບ, ມອບປຶ້ມຂຽນ ມູນຄ່າ 2 ລ້ານກວ່າກີບ ໃຫ້ນ້ອງນັກຮຽນພອນສະຫວັນຂອງແຂວງ.

ສຳເລັດການຕ້ອນຮັບຄະນະຜູ້ແທນຈາກ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຮ່ວມມືສາຍພົວພັນການທູດລະຫວ່າງ ລາວ – ຫວຽດນາມ ຄົບຮອບ 60 ປີ ແລະ ວັນສົນທິສັນຍາຮ່ວມມືຮອບດ້ານ ຄົບຮອບ 45 ປີ, ປະກາດ ແລະ ຮັບຮອງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ 697 ໜ່ວຍ ກວມ 82,97%, ຈັດຕັ້ງເຜີຍແຜ່ເຊື່ອມຊຶມກົດລະບຽບຂອງພັກ ສະໄໝທີ XI ໃຫ້ສະມາຊິກພັກ ໄດ້ 8.664 ສະຫາຍ ກວມເອົາ 61,37% ຂອງຈຳນວນສະມາຊິກພັກທັງໝົດໃນທົ່ວແຂວງ.

About admins16