ຄະນະຮັບຜິດຊອບໂຄງການ 030 ປະຈໍາລາວ ເຄື່ອນໄຫວເຮັດວຽກຢູ່ໂຮງໝໍແຂວງບໍລິຄຳໄຊ

ໃນຕອນເຊົ້າຂອງວັນທີ 21 ຕຸລາ 2022 ຢູ່ໂຮງໝໍແຂວງບໍລິຄຳໄຊ ທ່ານ ດຣ ບຸນຍັງ ພົມມະຈັນ ອຳນວຍການໂຮງໝໍແຂວງ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບທ່ານ ປີເຕີ ເຮັງແມ້ນ ຄະນະຮັບຜິດຊອບໂຄງການ 030 ປະຈໍາລາວ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາເຄື່ອນໄຫວເຮັດວຽກຢູ່ໂຮງໝໍແຂວງ.

ທ່ານ ດຣ ບຸນຍັງ ພົມມະຈັນ ໄດ້ລາຍງານວ່າ: ໃນມໍ່ໆນີ້ ໂຮງໝໍແຂວງຈະໄດ້ເປີດນຳໃຊ້ລະບົບຖານຂໍ້ມູນແບບທັນສະໄໝ ດ້ວຍການກົດບັດຄິວ ແລ້ວລໍຖ້າກວດໄປຕາມລະຫັດ ແລະ ຈະເກັບຂໍ້ມູນຜ່ານລະບົບຄອມພິວເຕີ, ໃນນີ້ ສະເພາະຄົນເຈັບໜັກ, ຜູ້ເຖົ້າ, ນັກບວດ ແລະ ອາວຸໂສບຳນານ ຈະໄດ້ແຍກໄວ້ສະເພາະ ແລະ ຄົນເຈັບຫ້ອງສຸກເສີນ, ມໍລະສຸມ, ກວດເຂດນອກ ຈະບັນທຶກຄົນເຈັບ ດ້ວຍການສະແກນໃບໜ້າ.

ໃນກໍລະນີທີ່ຄົນເຈັບມາກວດຄັ້ງຕໍ່ໄປ ທີ່ລືມປື້ມຕິດຕາມ ແມ່ນສາມາດສະແກນໃບໜ້າໃສ່ຖານຂໍ້ມູນ, ທັງນີ້ ກໍ່ເພື່ອຄວາມສະດວກສະບາຍໃນການບໍລິການໃຫ້ແກ່ພໍ່ແມ່ປະຊາຊົນ ແລະ ທັງເປັນການນຳໃຊ້ລະບົບທີ່ທັນສະໄໝ ເຂົ້າໃນການເຮັດວຽກຂອງໂຮງໝໍອີກດ້ວຍ.

ຈາກນັ້ນ ທາງຄະນະ ຍັງເລາະເບິ່ງການປັບປຸງຫ້ອງສຸກເສີນ ເຊິ່ງປັດຈຸບັນແມ່ນມີຄວາມຄືບໜ້າແລ້ວ 90%.

About admins16