ບໍລິຄຳໄຊ ປະເມີນໂຄງການ ຈັດລຽງບຸລິມະສິດ ກ່ອນສະເໜີພິຈາລະນາເຂົ້າແຜນປະຈຳປີ 2021

ກອງປະຊຸມປຶກສາຫາລືກ່ຽວກັບການຮັບຮອງຜົນການປະເມີນ ແລະ ການຈັດລຽງບຸລິມະສິດໂຄງການລົງທຶນຂອງລັດ ກ່ອນສະເໜີພິຈາລະນາເຂົ້າແຜນປະຈຳປີ 2021 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 19 ຕຸລາ 2020 ຢູ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນແຂວງ ໂດຍການເປັນປະທານຂອງທ່ານ ເລື່ອນວິໄລ ຈັນທະລາພັນ ຄະນະປະຈຳພັກແຂວງ, ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ມີພະແນກການອ້ອມຂ້າງ, ບັນດາເມືອງພາຍໃນແຂວງ, ພາກສ່ວນກ່ຽວຂ້ອງ ພ້ອມດ້ວຍພະນັກງານວິຊາການພາຍໃນພະແນກ ເຂົ້າຮ່ວມ.

ການຈັດຕັ້ງປະຕິບັດ ການປະເມີນໂຄງການລົງທຶນຂອງລັດ ກ່ອນສະເໜີຂັ້ນເທິງພິຈາລະນາເອົາເຂົ້າແຜນປະຈຳປີ 2021 ມາຮອດປະຈຸບັນມີ 31 ພາກສ່ວນ ລວມທັງໝົດ 306 ໂຄງການ ມູນຄ່າ 120,91 ຕື້ກີບ, ໃນນັ້ນ ຈາກພະແນກການອ້ອມຂ້າງແຂວງ 175 ໂຄງການ ມູນຄ່າ 120,91 ຕື້ກີບ, ຈາກ 7 ຕົວເມືອງ 131 ໂຄງການ ມູນຄ່າ 98,39 ຕື້ກີບ, ມີໂຄງການກໍ່ສ້າງ 132 ໂຄງການ ມູນຄ່າ 187,48 ຕື້ກີບ, ໂຄງການສົ່ງເສີມວິຊາການ 162 ໂຄງການ ມູນຄ່າ 28,52 ຕື້ກີບ, ໃນນີ້ ໂຄງການສົ່ງເສີມວິຊາການທີ່ຕິດພັນກັບການກໍ່ສ້າງ ( ການຄຸ້ມຄອງ, ວ່າຈ້າງທີ່ປຶກສາ ) 36 ໂຄງການ ມູນຄ່າ 9,36 ຕື້ກີບ, ໂຄງການສະໜອງວັດຖຸປະກອນ 12 ໂຄງການ ມູນຄ່າ 4,20 ຕື້ກີບ, ໂຄງການທີ່ຕ້ອງດຳເນີນການປະເມີນຕາມກົດໝາຍກຳນົດ 109 ໂຄງການ ມູນຄ່າ 192,64 ຕື້ກີບ ແລະ ໂຄງການບໍ່ຈຳເປັນດຳເນີນການປະເມີນ ແຕ່ຕ້ອງໄດ້ຮັບການຢັ້ງຢືນຈາກເຈົ້າແຂວງ 197 ໂຄງການ ມູນຄ່າ 27,57 ຕື້ກີບ.

ຜົນການຈັດຕັ້ງປະຕິບັດການປະເມີນໂຄງການລົງທຶນຂອງລັດ ມາຮອດປະຈຸບັນ ສຳເລັດແລ້ວ 86 ໂຄງການ ໃນນັ້ນ ໂຄງການທີ່ປະເມີນໄດ້ A ບໍ່ມີຈັກໂຄງການ, ປະເມີນໄດ້ B ຈຳນວນ 38 ໂຄງການ ມູນຄ່າ 62,24 ຕື້ກີບ, ໄດ້ C ຈຳນວນ 48 ໂຄງການ ມູນຄ່າ 98,64 ຕື້ກີບ, ປະເມີນໄດ້ D ແລະ F ບໍ່ມີຈັກໂຄງການ, ບໍ່ມີບົດສະເໜີໂຄງກາານ 23 ໂຄງການ ມູນຄ່າ 31,75 ຕື້ກີບ, ສ່ວນໂຄງການທີ່ຈະນຳສະເໜີພິຈາລະນາເຂົ້າແຜນຕ້ອງມີຜົນປະເມີນ A, B ເທົ່ານັ້ນ.

ພ້ອມນີ້ ກອງປະຊຸມຍັງຈະໄດ້ປຶກສາຫາລື ແລະ ນຳສະເໜີໂຄງການຂອງແຕ່ລະພາກສ່ວນ ເພື່ອຈະໄດ້ພິຈາລະນາປະເມີນເຂົ້າໃນແຜນປະຈຳປີ 2021.

About admins16