ເຜີຍແຜ່ດໍາລັດເລກທີ 77/ລບ ວ່າດ້ວຍການຊ່ວຍເຫຼືອທາງດ້ານກົດໝາຍ


ໃນວັນທີ 10 ຕຸລາ 2020 ຢູ່ທີ່ຫ້ອງການບ້ານນ້ຳຢ້າງ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມເຜີຍແຜ່ດໍາລັດ ເລກທີ 77/ລບ, ກົດໝາຍຕັ້ງໂຕະໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສົມໃຈ ຄຸນພະໄຊ ຫົວໜ້າພະແນກຍຸຕິທຳແຂວງ, ທ່ານ ສົມໃຈ ຊົງລາວ່າງ, ປະທານກວດກາພັກ-ລັດເມືອງ, ມີພາກສ່ວນກ່ຽວຂ້ອງ ແລະ ອໍານາດການປົກຄອງ, ພໍ່, ແມ່ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.


ກອງປະຊຸມ ຜູ້ເຂົ້າຮ່ວມ ໄດ້ເຊື່ອມຊືມດໍາລັດ ເລກທີ 77/ລບ ລົງວັນທີ 28 ກຸມພາ 2018 ວ່າດ້ວຍການຊ່ວຍເຫຼືອທາງດ້ານກົດໝາຍ ເຊີ່ງດຳລັດດັ່ງກ່າວ ປະກອບມີ 11 ໝວດ, 49 ມາດຕາ ທີ່ໄດ້ກໍານົດຫຼັກການ, ລະບຽບການ, ມາດຕະການ ແລະ ການຕິດຕາມກວດກາວຽກງານຊ່ວຍເຫຼືອທາງດ້ານກົດໝາຍ ເພື່ອໃຫ້ທຸກຄົນສາມາດເຂົ້າເຖີງກົດໝາຍ ແລະ ຂະບວນການຍຸຕິທໍາ, ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາ, ຄວາມສະເໝີພາບຂອງພົນລະເມືອງຕໍ່ໜ້າກົດໝາຍ, ປະກອບສ່ວນເຂົ້າໃນການສ້າງສັງຄົມໃຫ້ມີຄວາມສະຫງົບ, ມີຄວາມສາມັກຄີປອງດອງໂດຍສະເພາະແມ່ນ: ການບໍລິການທາງດ້ານກົດໝາຍໃຫ້ແກ່ບຸກຄົນຜູ້ທີ່ທຸກຍາກ, ດ້ອຍໂອກາດ, ຄົນພິການ, ແມ່ຍິງ ແລະ ເດັກນ້ອຍ, ຜູ້ທີ່ຖືກເຄາະຮ້າຍ ໃຫ້ມີຄວາມຍຸຕິທໍາ, ພ້ອມນັ້ນ ຍັງໄດ້ຜ່ານ ລັດຖະດຳລັດ ເລກທີ 112/ປປທ ຂອງປະທານປະເທດ ສປປ ລາວ ວ່າດ້ວຍການປະກາດໃຊ້ກົດໝາຍຄອບຄົວ ສະບັບປັບປຸງໃໝ່ ບາງມາດຕາ ໃຫ້ພໍ່, ແມ່ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈ.

ການເຜີຍແຜ່ນິຕິກຳຄັ້ງນີ້ ກໍ່ເພື່ອໃຫ້ພໍ່ແມ່ປະຊາຊົນ ໄດ້ຮັບຮູ້ ແລະ ເຂົ້າໃຈເຖີງສິດ ຂອງພົນລະເມືອງລາວ ທີ່ຕ້ອງໄດ້ຮັບການປົກປ້ອງດ້ວຍກົດໝາຍ ແລະ ມີແຕ່ກົດໝາຍເທົ່ານັ້ນ ທີ່ຈະໃຫ້ຄວາມສະເໝີພາບແກ່ພວກເຂົາ, ຈາກນັ້ນກໍ່ໄດ້ມີການແລກປ່ຽນຄຳຄິດ, ຄຳເຫັນໃນການປະຕິບັດກົດໝາຍບາງມາດຕາໃນໄລຍະຜ່ານມາ.

About admin11