ບໍລິຄຳໄຊ – ບາກລຽວ ພົບປະແລກປ່ຽນບົດຮຽນ ແລະ ເສີມຂະຫຍາຍການຮ່ວມມື

ໃນຕອນບ່າຍຂອງວັນທີ 26 ຕຸລາ 2022 ຢູ່ຫ້ອງຮັບຮອງຂອງແຂວງບໍລິຄໍາໄຊ ທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ໄດ້ເປັນກຽດຕ້ອນຮັບທ່ານ ຝ້າມວັນທ່ຽວ ຮອງເລຂາພັກແຂວງ ປະທານຄະນະກໍາມະການປະຊາຊົນ ແຂວງບາກລຽວ ສສ ຫວຽດນາມ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີທ່ານ ໄດ້ມາເຄື່ອນໄຫວພົບປະຢ້ຽມຢາມເຮັດວຽກຢູ່ແຂວງບໍລິຄໍາໄຊ.

ຈາກນັ້ນ ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນຮ່ວມກັນ ຢູ່ຫ້ອງປະຊຸມຂອງຫ້ອງວ່າການແຂວງບໍລິຄໍາໄຊ, ໂອກາດນີ້ ຄະນະຜູ້ແທນທັງສອງຝ່າຍ ໄດ້ຜັດປ່ຽນກັນ ລາຍງານສະພາບລວມ ການເຄື່ອນໄຫວວຽກກງານທີ່ພົ້ນເດັ່ນພາຍໃນແຂວງຂອງຕົນໃຫ້ກັນ ແລະ ກັນໄດ້ຮັບຊາບ, ເປັນຕົ້ນແມ່ນການຈັດຕັ້ງປະຕິບັດວຽກງານການພັດທະນາເສດຖະກິດ – ສັງຄົມພາຍໃນແຂວງ, ການແກ້ໄຂ້ຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ, ການເໜັງຕີງຂອງອັດຕາແລກປ່ຽນ, ອັດຕາເງິນເຟີ້, ການເພີ່ມສູງຂຶ້ນຂອງລາຄາສິນຄ້າ, ນ້້ຳມັນເຊື້ອໄຟ, ຄວາມຈິງຈັງ ໃນການແກ້ໄຂການແຜ່ລະບາດລະບາດຂອງພະຍາດໂຄວິດ – 19 ແລະ ການຈັດຕັ້ງປະຕິບັດ ວຽກງານໃນດ້ານຕ່າງໆອີກຈໍານວນໜຶ່ງ.

ສອງຝ່າຍເຫັນດີເປັນເອກະພາບລົງນາມໃນບົດບັນທຶກຊ່ວຍຈຳ ກ່ຽວກັບທິດທາງແຜນການຮ່ວມມືກັນ ຄື: ເພີ່ມທະວີການແລກປ່ຽນຂໍ້ມູນ – ບົດຮຽນຮ່ວມກັນ ໃນວຽກງານການກໍ່ສ້າງພັກ – ກໍ່ສ້າງລະບົບການເມືອງຂອງແຕ່ລະແຂວງ ໃຫ້ນັບມື້ເຂັ້ມແຂງ, ສົ່ງເສີມ ແລະ ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ບັນດາການຈັດຕັ້ງ ກົມກອງ ແລະ ທ້ອງຖິ່ນຕ່າງໆ ໄດ້ພົບປະແລກປ່ຽນວຽກງານຮ່ວມກັນ ເພື່ອດຶງດູດການລົງທຶນ, ສົ່ງເສີມການຄ້າ, ການບໍລິການ ຕະຫຼອດຮອດການຊຸກຍູ້ເປີດກ້ວາງການຮ່ວມມື ໃນຂົງເຂດວັດທະນະທໍາ – ສັງຄົມ.

ໂອກາດນີ້ ແຂວງບາກລຽວ ໄດ້ມອບເງິນຈຳນວນ 2 ຕື້ດົງ ຊ່ວຍເຫລືອກໍ່ສ້າງອາຄານໂຮງຮຽນມັດທະຍົມຕອນຕົ້ນສິນໄຊ, ມອບຄອມພິວເຕີ ໃຫ້ອົງການປົກຄອງແຂວງ, ສະພາປະຊາຊົນແຂວງ ແລະ ພະແນກການຕ່າງປະເທດແຂວງ ພາກສ່ວນລະ 5 ຊຸດ, ຕາງໜ້າມອບໂດຍທ່ານ ຝ້າມວັນທ່ຽວ ຮອງເລຂາພັກແຂວງ ປະທານຄະນະກໍາມະການປະຊາຊົນ ແຂວງບາກລຽວ ແລະ ເປັນກຽດຮັບໂດຍທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ເຈົ້າແຂວງບໍລິຄຳໄຊ.

ຈາກນັ້ນ ທັງສອງຝ່າຍ ໄດ້ເດີນທາງໄປວາງສີລາລຶກ ໂຄງການກໍ່ສ້າງອາຄານໂຮງຮຽນມັດທະຍົມຕອນຕົ້ນສິນໄຊ ເມືອງປາກຊັນ ແຂວງບໍລິຄຳໄຊ ເຊິ່ງມີຂະໜາດ 40×8 ແມັດ ຈຳນວນ 5 ຫ້ອງ ມູນຄ່າ 2 ຕື້ດົງ.

 

About admins16