ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂອລົມພະນັກງານຫຼັກແຫຼ່ງ ແຂວງບໍລິຄຳໄຊ

ໃນວັນທີ 27 ຕຸລາ 2022 ທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ໄດ້ເປັນກຽດຕ້ອນຮັບ ທ່ານ ພັນຄໍາ ວິພາວັນ ກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ເນື່ອງໃນໂອກາດການມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ແຂວງບໍລິຄຳໄຊ.

ຫຼັງຈາກນັ້ນ ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ທ່ານ ພັນຄໍາ ວິພາວັນ ກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກ້ຽດໂອ້ລົມການນໍາ ແລະ ພະນັກງານຫຼັກແຫຼ່ງ ແຂວງບໍລິຄຳໄຊ ໂດຍທ່ານໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ທີ່ທາງແຂວງຍາດມາໄດ້ໃນໄລຍະຜ່ານມາ, ພ້ອມນັ້ນ ທ່ານຍັງໄດ້ຍົກໃຫ້ເຫັນເຖິງສະພາບລວມຂອງປະເທດ ທີ່ສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານ, ສິ່ງທ້າທາຍ ທີ່ຕ້ອງໄດ້ສຸມໃສ່ຈັດຕັ້ງປະຕິບັດໃນຕໍ່ໜ້າ ໂດຍສະເພາະແມ່ນບັນຫາເສດຖະກິດ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ – 19, ບັນຫາຄວາມຂັດແຍ່ງລະຫວ່າງບັນດາປະເທດ ແລະ ອື່ນໆ.

ໂອກາດນີ້ ທ່ານຍັງໄດ້ໃຫ້ທິດຊີ້ນຳໃນຫຼາຍວຽກງານສຳຄັນ ເປັນຕົ້ນແມ່ນ ໃຫ້ສືບຕໍ່ຮັກສາສະຖຽນລະພາບທາງດ້ານການເມືອງ, ຄຸ້ມຄອງສັງຄົມ ຕາມລະບຽບກົດໝາຍໃຫ້ເຂັ້ມຫງວດ, ສຸມໃສ່ແກ້ໄຂບັນຫາເສດຖະກິດການເງິນຢ່າງແຂງແຮງ, ນໍາໃຊ້ຊັບພະຍາກອນທີ່ມີ ໃຫ້ເກີດປະໂຫຍດສູງສຸດ, ສຸມໃສ່ນໍາໃຊ້ທ່າແຮງບົ່ມຊ້ອນຂອງແຂວງໃນແຕ່ລະດ້ານ ເພື່ອພັດທະນາເສດຖະກິດ – ສັງຄົມ, ອໍານວຍຄວາມສະດວກໃຫ້ແກ່ຜູ້ປະກອບການ, ປັບປຸງ ແລະ ສົ່ງເສີມການດຶງດູດການລົງທຶນ, ຍົກລະດັບການຜະລິດພາກກະສິກໍາ, ອຸດສາຫະກຳ ແລະ ສົ່ງເສີມການຜະລິດສິນຄ້າທົດແທນ ເພື່ອຫຼຸດຜ່ອນການນຳເຂົ້າຈາກຕ່າງປະເທດ.

ການແບ່ງຂັ້ນນໍາພາຄຸ້ມຄອງ ຕ້ອງໃຫ້ເໝາະສົມ ແທດເໝາະກັບຕົວຈິງ, ຍົກລະດັບຄວາມຮູ້ຄວາມສາມາດ ໃຫ້ພະນັກງານແຕ່ລະຂັ້ນ, ນໍາໃຊ້ເຄື່ອງມືທີ່ທັນສະໄໝ ເຂົ້າໃນການຈັດເກັບລາຍຮັບ ເພື່ອຫຼຸດຜ່ອນການຮົ່ວໄຫຼ, ສົມທົບກັບພາກສ່ວນກ່ຽວຂ້ອງ ໃນການຖອດຖອນບົດຮຽນ, ວາງແຜນການນໍາໃຊ້ຂົວຂ້າມນ້ຳຂອງ ແຫ່ງທີ V ບໍລິຄຳໄຊ – ບຶງການ ເປັນຕົ້ນແມ່ນ ເຂດບໍລິການຂົນສົ່ງ, ເຂດອຸດສະຫະກໍາ, ເຂດທ່ອງທ່ຽວ ຢ່າງລະອຽດຈະແຈ້ງ ແລະ ກໍ່ໃຫ້ເກີດປະໂຫຍດສູງສຸດ ເພື່ອປະກອບສ່ວນໃນການພັດທະນາເສດຖະກິດ – ສັງຄົມ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂື້ນເປັນລໍາດັບ.

About admins14