ເປີດການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ບ້ານອານຸສອນໄຊ ເມືອງປາກຊັນ

ຕອນເຊົ້າວັນທີ 21 ຕຸລາ 2022 ກອງບັນຊາການ ປກສ ເມືອງປາກຊັນ ແຂວງບໍລິຄຳໄຊ ໄດ້ສືບຕໍ່ເປິດການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ຢູ່ບ້ານ ອານຸສອນໄຊ ເມືອງປາກຊັນ, ໂດຍໃຫ້ກຽດເປັນປະທານ ຂອງ ທ່ານ ພັນໂທ ລາຕີ ພິລາວົງ ຫົວໜ້າກອງບັນຊາການ ປກສ ເມືອງ, ມີຄະນະຮັບຜິດຊອບວຽກງານສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ຈາກ ປກສ ເມືອງ, ປກສ ກຸ່ມ, ນາຍບ້ານ, ອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນບ້ານ ອານຸສອນໄຊ ເຂົ້າຮ່ວມ.

ໃນພິທີ ທ່ານ ວຽງແກ້ວ ບູລົມ ນາຍບ້ານ ອານຸສອນໄຊ ໄດ້ຂື້ນຜ່ານບົດສະຫຼຸບຫຍໍ້ສະພາບລວມຂອງບ້ານ ເຊີ່ງໄດ້ຍົກໃຫ້ເຫັນ ສະພາບ, ຈຸດພິເສດ ຂອງບ້ານ, ການປະກອບອາຊີບ ແລະ ການດໍາລົງຊີວິດຂອງພໍ່ແມ່ປະຊາຊົນ, ສະພາບປະກົດການຫຍໍ້ທໍ້ພາຍໃນບ້ານ ແລະ ຜົນງານດ້ານຕ່າງໆ ທີ່ຄະນະພັກບ້ານ ແລະ ພໍ່ແມ່ປະຊາຊົນຍາດມາໄດ້.

ບ້ານອານຸສອນໄຊ ມີເນື້ອທີ່ທັງໝົດ 300 ເຮັກຕ່າ, ມີ 431 ຄອບຄົວ ແລະ ມີພົນລະເມືອງທັງໝົດ2079 ຄົນ, ຍິງ 1078 ຄົນ, ມີ 40 ໜ່ວຍ, ອາຊີບຕົ້ນຕໍ ສ່ວນຫຼາຍແມ່ນເປັນຄອບຄົວພະນັກງານລັດ ກວມ 80%, ທຸລະກິດຄ້າຂາຍ ບໍລິການ ແລະ ກໍາມະກອນ 20 %.

ຄະນະຮັບຜິດຊອບ ໄດ້ຜັດປ່ຽນກັນຂື້ນຜ່ານແຜນໃນການດໍາເນີນການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ເຊີ່ງຈະໄດ້ລົງສົມທົບກັບອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ເພື່ອແຈ້ງຈຸດປະສົງ, ຄາດໝາຍ ການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ລົງເກັບກໍາຂໍ້ມູນການເຄື່ອນໄຫວຂອງປະຊາຊົນ, ການເໜັງຕິງຂອງພົນລະເມືອງ, ກວດກາປື້ມສໍາມະໂນຄົວ, ຕິດຕາມກວດກາ, ຕີລາຄາ, ປະເມີນຄືນ ວ່າຄອບຄົວໃດທີ່ສາມາດສ້າງເປັນຄອບຄົວຕົວແບບດ້ານວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ, ກວດກາເກັບກໍາບັນດາເປົ້າໝາຍ ເພື່ອສຶກສາອົບຮົມ, ຊອກຫາວິທີປັບປຸງແກ້ໄຂ ໃຫ້ຖືກຕ້ອງຕາມຫຼັກການໃນການສ້າງບ້ານ ແລະ ຄອບຄົວປ້ອງກັນຄວາສະຫງົບດີ, ທັງເປັນການຊຸກຍູ້, ສົ່ງເສີມ, ປຸກລະດົມ ໃຫ້ພໍ່ແມ່ປະຊາຊົນ ທຸກຄົນ, ທຸກຄອບຄົວ ເປັນເຈົ້າການຢ່າງຕັ້ງໜ້າເຂົ້າໃນການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ເຮັດໃຫ້ບ້ານມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ພໍ່ແມ່ປະຊາຊົນປະກອບອາຊີບທໍາມາຫາກີນສ້າງເສດຖະກິດຄອບຄົວ.

ພາຍຫຼັງສໍາເລັດບາດກ້າວດໍາເນີນແລ້ວທາງຄະນະຮັບຜິດຊອບ ຈະໄດ້ສະຫຼຸບສັງລວມຄືນ ວ່າມີຈັກຄອບຄົວ ທີ່ຄົບຕາມ 04 ມາດຖານ, 08 ເງື່ອນໄຂໃນການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ເພື່ອສະເໜີຂັ້ນເທິງອະນຸມັດອອກໃບຢັ້ງຢືນໃຫ້ແກ່ຄອບຄົວ ແລະ ບ້ານປ້ອງກັນຄວາມສະຫົງບດີ, ສໍາລັບຄອບຄົວທີ່ບໍ່ຄົບຕາມມາດຖານ, ເງື່ອນໄຂ ແມ່ນຈະໄດ້ສືບຕໍ່ສືກສາອົບຮົມ ໃຫ້ມີການເຄື່ອນໄຫວດໍາລົງຊີວິດ, ປະກອບອາຊີບ, ທໍາມາຫາກິນຢ່າງຖືກຕ້ອງ, ມີສະຕິເຄົາລົບລະບຽບກົດໝາຍ, ຮັກສາໄດ້ມູນເຊື້ອ ແລະ ຮີດຄອງປະເພນີອັນດີງາມຂອງຊາດ.

About admins16