ບໍລິຄຳໄຊ ຕັ້ງເປົ້າໃຫ້ໄດ້ 37 ຫຼຽນ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ

ໃນຕອນບ່າຍຂອງວັນທີ 1 ທັນວາ 2022 ຢູ່ສະໂມສອນໃຫຍ່ຂອງແຂວງ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ໄດ້ໂອ້ລົມນັກກິລາ ແລະ ຄູຝຶກ ທີ່ຈະເຂົ້າຮ່ວມແຂ່ງຂັນງານມະຫາກຳກະລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ທີ່ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 13 – 22 ທັນວາ 2022.

ໂອກາດນີ້ ໄດ້ຮັບຟັງການກະກຽມຄວາມພ້ອມຂອງນັກກິລາວ່າ: ແຂວງພວກເຮົາໄດ້ມີການຫ້າງຫາກະກຽມ ແລະ ສົ່ງທີມກິລາເຂົ້້າຮ່ວມທັງໝົດ 10 ປະເພດ ຄື: ແລ່ນ – ລານ (ຍິງ-ຊາຍ), ບານຕະ (ຊາຍ), ເປຕັງ (ຍິງ-ຊາຍ), ມວຍລາວ (ຍິງ-ຊາຍ), ມວຍວູຊູ (ຍິງ-ຊາຍ), ມວຍສາກົນ (ຍິງ-ຊາຍ), ກະຕໍ້ (ຍິງ-ຊາຍ), ດອກປີກໄກ່ (ຊາຍ), ໝາກເສິກ (ຍິງ-ຊາຍ) ແລະ ກິລາ ກ໋ອບ (ຊາຍ)F ມີຄະນະນຳ, ຄູຝຶກ ແລະ ນັກກິລາ ລວມທັງໝົດ 292 ຄົນF ໃນນັ້ນ ນັກກິລາ 97 ຄົນ ຍິງ 22 ຄົນ.

ເຖິງວ່າການສົ່ງປະເພດກິລາຈໍານວນພົນ ໜ້ອຍກວ່າຄັ້ງຜ່ານມາກໍ່ຕາມ ທາງພວກເຮົາໄດ້ເອກະພາບກັນ ກັບສະຫະພັນ ເພື່ອວາງແຜນສູ້ຊົນ ໃຫ້ໄດ້ຫຼຽນ ທັງໝົດ 37 ຫຼຽນ ໃນນັ້ນ ຫຼຽນຄຳ 11 ຫຼຽນ, ຫຼຽນເງິນ 12 ຫຼຽນ ແລະ ຫຼຽນທອງ 14 ຫຼຽນ.

ຈາກນັ້ນ ທ່ານເຈົ້າແຂວງກໍໄດ້ໂອ້ລົມຕໍ່ຄະນະນຳ, ຄູຝຶກ ແລະ ກິລາ ທີ່ຈະເດີນທາງໄປຮ່ວມຂັນ ເຊິ່ງທ່ານໄດ້ເວົ້າວ່າ ການເຂົ້າຮ່ວມງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ຄັ້ງນີ້ ແມ່ນມີຄວາມສຳຄັນ ແລະ ມີຄວາມທ້າທາຍຫຼາຍ ທັງເປັນການເຊີດຊູກຽດສັກສີຂອງແຂວງເຮົາໃຫ້ສູງຂຶ້ນ ໃນລະດັບຊາດ, ອີກອັນໜຶ່ງ ກໍ່ເພື່ອສ້າງຄວາມສາມັກຄີຮັກແພງ, ມິດຕະພາບ ກັບບັນດາແຂວງທີ່ເຂົ້າຮ່ວມແຂ່ງຂັນ, ເປັນການທົດສອບຄວາມສາມາດ, ເປັນການສ້າງຄູຝຶກ ແລະ ນັກກິລາໃຫ້ມີການພັດທະນາ ເປັນຄົນເກັ່ງ ເພື່ອຮັບໃຊ້ແຂວງ ຮັບໃຊ້ຊາດຕໍ່ໄປ, ພ້ອມນີ້ ທ່ານຍັງໄດ້ເນັ້ນຕື່ມອີກວ່າ: ການເຂົ້າຮ່ວມງານມະຫາກຳກິລາແຫ່ງຊາດ ຄັ້ງນີ້ ແມ່ນໜ້າທີ່ການເມືອງອັນໜຶ່ງ ທີ່ມີຄວາມຮັບຜິດຊອບສູງ ທີ່ຄະນະນຳ, ຄູຝຶກ ແລະ ນັກກິລາທຸກຄົນ ຈະຕ້ອງໄດ້ເອົາໃຈໃສ່ ເຂົ້າຮ່ວມແຂ່ງຂັນ ແລະ ມີຜົນສຳເລັດດີ, ຄະນະບໍລິຫານທີມກິລາແຕ່ລະປະເພດຕ້ອງໄດ້ເປັນເຈົ້າການໃນການກວດກາ, ຕິດຕາມນັກກິລາຢ່າງໃກ້ສິດ, ເອົາໃຈໃສ່ປະສານງານກັບຄະນະກໍາມະການຈັດການແຂ່ງຂັນ, ແຂວງເຈົ້າພາບໃຫ້ກົມກຽວ ເພື່ອອຳນວຍຄວາມສະດວກໃຫ້ແກ່ທີມນັກກິລາ, ບໍ່ໃຫ້ມີບັນຫາໃດໆເກີດຂຶ້ນໃນໄລຍະເຂົ້າຮ່ວມແຂ່ງຂັນ.

ສ່ວນຄູຝຶກ ແລະ ນັກກິລາແຕ່ລະປະເພດ ຈົ່ງປະຕິບັດວິໄນເຂັ້ມງວດ ໃຫ້ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວລົງແຂ່ງຂັນຕັດສິນໃຈຢ່າງເດັດດ່ຽວ ມີແບບແຜນການວາງເກມກ່ອນການແຂ່ງຂັນແຕ່ລະນັດໃຫ້ດີ, ຕ້ອງຮູ້ເຂົາຮູ້ເຮົາເພື່ອຮັບປະກັນ ໄຊຊະນະເຮັດໃຫ້ແຂວງພວກເຮົາຍາດໄດ້ປະເພດຫຼຽນຕ່າງໆ.

ທ່ານຍັງຮຽກຮ້ອງມາຍັງນັກກິລາ ຕ້ອງໄດ້ເອົາໃຈໃສ່ສາມັກຄີ, ມີຄວາມເສຍສະຫຼະ, ອົດທົນ ແລະ ມີຄວາມຮັບຜິດຊອບຕໍ່ໜ້າທີ່ຂອງຕົນ, ທຸ່ມເທທັງພະລະກຳລັງ, ສູ້ດ້ວຍນ້ຳໃຈນັກກິລາ, ສູ້ສຸດຄວາມສາມາດ ແລະ ຍາດໃຫ້ໄດ້ຫຼຽນປະເພດຕ່າງໆ ມາໃຫ້ປະຊາຊົນແຂວງບໍລິຄຳໄຊ ເທົ່າທີ່ຈະເຮັດໄດ້, ບົນພື້ນຖານກົດກະຕິກາການແຂ່ງຂັນຢ່າງມີກຽດສັກສີ.

About admins16