ບໍລິຄຳໄຊ ຝຶກອົບຮົມຄູຝຶກການນຳໃຊ້ ມາດຕະຖານການດຳເນີນງານການປົກປ້ອງ ແລະ ການບໍລິການຊ່ວຍເຫຼືອທາງດ້ານສັງຄົມແກ່ແມ່ຍິງ ແລະ ເດັກຍິງ

ຊຸດຝຶກອົບຮົມຄູຝຶກການນຳໃຊ້ມາດຕະຖານການດຳເນີນງານການປົກປ້ອງ ແລະ ການບໍລິການຊ່ວຍເຫຼືອທາງດ້ານສັງຄົມແກ່ແມ່ຍິງ ແລະ ເດັກຍິງ ທີ່ຖືກຄວາມຮຸນແຮງໃນ ສປປ ລາວ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 28 ພະຈິກ – 1 ທັນວາ 2022 ຢູ່ຫ້ອງປະຊຸມພະແນກພາຍໃນແຂວງ, ເປັນປະທານໂດຍ ທ່ານ ນາງ ຄຳໃບ ບໍລິວັນ ຮອງປະທານສະຫະພັນແມ່ຍິງແຂວງ, ທ່ານ ນາງ ວິໄລວັນ ແກ້ວປະເສີດ ຮອງຫົວໜ້າຫ້ອງການສູນກາງສະຫະພັນແມ່ຍິງລາວ ແລະ ທ່ານ ນາງ ວິກຕໍເລຍ ດຣາຕ ຜູ້ຊ່ຽວຊານໃນດ້ານການປ້ອງກັນ ແລະ ແກ້ໄຂຄວາມຮຸນແຮງບົນພື້ນຖານທາງເພດ ພ້ອມດ້ວຍທີມງານຈາກສູນໃຫ້ຄຳປຶກສາປົກປ້ອງແມ່ຍິງ-ເດັກນ້ອຍ, ມີຄະນະປະທານສະຫະພັນແມ່ຍິງເມືອງ ພ້ອມດ້ວຍພະນັກງານ 7 ເມືອງ ເຂົ້າຮ່ວມ.

ຊຸດຝຶກອົບຮົມຄັ້ງນີ້ ໄດ້ຮັບການສະໜັບສະໜູນໂດຍອົງການ UNFPA, ຈຸດປະສົງ ເພື່ອສ້າງຄວາມເຂັ້ມແຂງໃຫ້ພະນັກງານຂັ້ນເມືອງ ທີ່ຮັບຜິດຊອບກ່ຽວກັບວຽກງານໃຫ້ປຶກສາປົກປ້ອງແມ່ຍິງ ຮັບຮູ້ກ່ຽວກັບຄວາມເປັນມາການນຳໃຊ້ຄວາມຮຸນຕໍ່ແມ່ຍິງ ແລະ ເດັກນ້ອຍ, ຂອບເຂດມາດຕະຖານການດຳເນີນງານ, ຄຳສັບ ແລະ ຄຳນິຍາມທົ່ວໄປກ່ຽວກັບການນຳໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ, ຫຼັກການ ແລະ ຄຸນລັກສະນະທົ່ວໄປຂອງການປົກປ້ອງ, ການຊ່ວຍເຫຼືອ ແລະ ການບໍລິການທີ່ຈຳເປັນແກ່ຜູ້ຖືກເຄາະຮ້າຍ, ຜູ້ລອດຊີວິດ ລວມທັງກຸ່ມສ່ຽງ, ການປົກປ້ອງ ແລະ ການບໍລິການທີ່ຈຳເປັນ, ການສົ່ງຕໍ່ຜູ້ຖືກເຄາະຮ້າຍ ແລະ ຜູ້ລອດຊີວິດ, ການໃຫ້ຄຳປຶກສາທາງໂທລະສັບສາຍດ່ວນ, ຜູ້ຄຳໃຫ້ຄຳປຶກສາ, ຜູ້ຮັບຄຳປຶກສາ, ໂທລະສັບ, ສະຖານທີ່ ແລະ ເນື້ອໃນໃຫ້ຄຳປຶກສາຂະບວນການໃຫ້ຄຳປຶກສາ.

About admins14