ການນຳແຂວງບໍລິຄຳໄຊ ພ້ອມກອງທຶນໜຶ່ງດວງໃຈ ມອບເຄື່ອງອຸປະໂພກ – ບໍລິໂພກ ໃຫ້ 2 ໂຮງໝໍ

ເພື່ອເປັນການສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ 2 ທັນວາ ຄົບຮອບ 47 ປີ ( 2 ທັນວາ 1975 – 2 ທັນວາ 2022) ແລະ ພ້ອມທັງເປັນການໃຫ້ກໍາລັງໃຈຄົນເຈັບ ທີ່ເຂົ້າມາຮັບການປິ່ນປົວ, ໃນວັນທີ 1 ທັນວາ 2022 ການນຳແຂວງ ນຳໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ແລະ ກອງທຶນໜຶ່ງດວງໃຈບໍລິຄຳໄຊຊ່ວຍເຫຼືອສັງຄົມ ໄດ້ນຳເອົາຜ້າປິດປາກ 2 ແກັດ ແລະ ເຄື່ອງອຸປະໂພກ – ບໍລິໂພກ ຈໍານວນ 110 ຖົງ ໄປມອບໃຫ້ຄົນເຈັບທີ່ກໍາລັງປິ່ນປົວ ຢູ່ໂຮງໝໍແຂວງບໍລິຄຳໄຊ ຕາງໜ້າຮັບໂດຍ ທ່ານ ດຣ ບຸນຍັງ ພົມມະຈັນ ອຳນວຍການໂຮງໝໍແຂວງ.

ຫຼັງຈາກນັ້ນ ການນຳແຂວງບໍລິຄຳໄຊ ແລະ ກອງທຶນໜຶ່ງດວງໃຈບໍລິຄຳໄຊຊ່ວຍເຫຼືອສັງຄົມ ຍັງໄດ້ນຳເອົາຜ້າປິດປາກ 1 ແກັດ ແລະ ເຄື່ອງອຸປະໂພກ-ບໍລິໂພກ ຈໍານວນ 15 ຖົງ ໄປມອບໃຫ້ຄົນເຈັບທີ່ກໍາລັງປິ່ນປົວ ຢູ່ໂຮງໝໍທະຫານແຂວງບໍລິຄຳໄຊ ຕາງໜ້າຮັບໂດຍ ທ່ານ ພັນໂທ ສີມອນ ແກ້ວມະນີ ຫົວໜ້າການທະຫານໂຮງໝໍທະຫານແຂວງ.

About admins14