ບໍລິຄຳໄຊ ຍົກສູງຄວາມສຳຄັນວຽກງານຄຸ້ມຄອງຄວາມສ່ຽງໄພພິບັດ

ຊຸດຝຶກອົມຮົມ ກ່ຽວກັບການຄຸ້ມຄອງຄວາມສ່ຽງໄພພິບັດ ແລະ ການປະເມີນຄວາມເສຍຫາຍຫຼັງໄພພິບັດ ໄດ້ຈັດຂຶ້ນໃນວັນທີ 24 ສິງຫາ 2021 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງບໍລິຄໍາໄຊ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຮອງສາສະດາຈານ ດຣ ພູທອນ ເມືອງປາກ ປະທານອົງການກາແດງລາວ, ມີພາກສ່ວນກ່ຽວຂອງຈາກອົງການກາແດງລາວ, ອົງການກາແດງແຂວງ, ພະແນກການອອ້ມຂ້າງແຂວງ ແລະ ນັກສຳມະນາກອນ ເຂົ້າຮ່ວມ.

ຈຸດປະສົງຂອງຊຸດຝຶກອົບຮົມໃນຄັ້ງນີ້ ກໍ່ເພື່ອແນໃສ່ສ້າງຄວາມເຂັ້ມແຂງ ໃນການຮັບມືກັບໄພພິບັດ ໄດ້ຢ່າງປອດໄພ, ມີປະສິດທິພາບ, ປະສິທິຜົນ ແລະ ທັນສະໄໝ ຮັບປະກັນການສະໜອງຂໍ້ມູນຂ່າວສານວ່ອງໄວ, ຊັດເຈນ ແນໃສ່ເຝົ້າລະວັງ, ຫຼຸດຜ່ອນຜົນກະທົບທີ່ເກີດຈາກໄພພິບັດ ຕໍ່ສຸຂະພາບ, ຊີວິດ, ຊັບສິນຂອງລັດ, ລວມໝູ່, ປະຊາຊົນ, ສິ່ງແວດລ້ອມ ແລະ ໂຄງລ່າງພື້ນຖານ ພ້ອມທັງຟື້ນຟູ, ບູລະນະ ແລະ ກໍ່ສ້າງຄືນໃໝ່ ຫຼັງໄພພິບັດ.

ຊຸດຝຶກອົບຮົມ ຈະໄດ້ດໍາເນີນໄປເປັນເວລາ 4 ວັນເຕັມ ແຕ່ວັນທີ 24-27 ສິງຫາ 2021 ຈຶ່ງສໍາເລັດ ໂດຍນັກສຳມະນາກອນ ຈະໄດ້ຮຽນຮູ້ຄວາມຫມາຍຄວາມສຳຄັນໃນວຽກງານກາແດງ, ການຄຸ້ມຄອງໄພພິບັດ, ຄວາມສ່ຽງທີ່ເກີດຈາກໄພພິບັດ, ການປະເມີນຄວາມສ່ຽງ, ຄວາມຕ້ອງການພາຍຫຼັງເກີດໄພພິບັດ, ຄວາມຮູ້ພື້ນຖານໃນການປ້ອງກັນອັກຄີໄພ, ການວິເຄາະຂໍ້ມູນ, ການລາຍງານ ແລະ ການແລກປ່ຽນຂໍ້ມູນຂ່າວສານ ການຮ່ວມມືກັບພາກສ່ວນຕ່າງໆ ເພື່ອໃຫ້ມີການກຳນົດແຜນການ, ມາດຕະການ ເພື່ອສະກັດກັ້ນ, ຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ ແລະ ອື່ນໆ.

ນອກນັ້ນ ນັກສຳມະນາກອນ ຍັງຈະໄດ້ຈຳລອງເຫດການໃນການຝຶກຊ້ອມຮັບມືກັບເຫດການ ອັກຄີໄພໄຟໄໝ້, ເຫດການສຸກເສີນ, ການວິເຄາະຂໍ້ມູນ ແລະ ການລາຍງານຂໍ້ມູນ.

About admins14