ອົງການກາແດງລາວ ມອບເຄື່ອງປ້ອງກັນພະຍາດໂຄວິດ-19 ໃຫ້ໂຮງຮຽນມັດທະຍົມຕົ້ນໂພສີ

ເພື່ອເປັນການປະກອບສ່ວນຊຸກຍູ້ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ແລະ ເພື່ອກຽມພ້ອມໃຫ້ແກ່ການເປີດສົກຮຽນ 2021-2022 ໃນວັນທີ 24 ສິງຫາ 2021 ຢູ່ໂຮງຮຽນມັດທະຍົມຕົ້ນໂພສີ ເມືອງປາກຊັນ ແຂວງບໍລິຄຳໄຊ ທ່ານ ຮຈ ດຣ ພູທອນ ເມືອງປາກ  ປະທານອົງການກາແດງລາວ ພ້ອມດ້ວຍຄະນະ ໄດ້ນໍາເອົາເຄື່ອງຮັກສາສຸຂະອະນາໄມ ມາມອບໃຫ້ນ້ອງນັກຮຽນມັດທະຍົມຕົ້ນໂພສີ ໂດຍຊ້ອງໜ້າ ທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄໍາໄຊ, ມີການນໍາຂອງແຂວງ, ຂອງເມືອງ ແລະ ຄູອາຈານ ເຂົ້າຮ່ວມເປັນສັກຂີພິຍານ.

ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ແມ່ນເຄື່ອງຮັກສາສຸຂະອະນາໄມ ປ້ອງກັນພະຍາດໂຄວິດ-19 ຈໍານວນ 100 ຖົງ, ແຕ່ລະຖົງປະກອບດ້ວຍຜ້າອັດປາກ, ສະບູລ້າງມື, ຜ້າປຽກ ໃຊ້ເຊັດເພື່ອຂ້າເຊື້ອໂລກ, ເຈວລ້າງມື ແລະ ສາຍຫ້ອຍຜ້າອັດປາກ ລວມມູນຄ່າທັງໝົດ 14.600.000 ກີບ.

About admins14