ກະຊວງກະສິກຳ ແລະ ປ່າໄມ້ ກຽມສະເໜີເອົາປ່າສະຫງວນແຫ່ງຊາດພູເຂົາຄວາຍ ເປັນອຸທິຍານແຫ່ງຊາດ

          ໃນວັນທີ 19-20 ສິງຫາ 2021 ຢູ່ທີ່ຫ້ອງປະຊຸມ ຫ້ອງວ່າການເມືອງທ່າພະບາດ ໄດ້ຈັດກອງປະຊຸມປຶກສາຫາລື ກະກຽມສະເໜີ ປ່າສະຫງວນແຫ່ງຊາດພູເຂົາຄວາຍ ເປັນອຸທິຍານແຫ່ງຊາດ, ໃຫ້ກຽດເປັນປະທານຮ່ວມ ໂດຍ ທ່ານ ບຸນປອນ ແສງທອງ ວ່າການຫົວໜ້າກົມປ່າໄມ້, ທ່ານ ບຸນເພັງ ຈັນທະວົງສຸກ ຮອງເຈົ້າເມືອງທ່າພະບາດ, ມີຕາງໜ້າຈາກກະຊວງປ້ອງກັນປະເທດ, ກະຊວງກະສິກໍາ ແລະ ປ່າໄມ້, ກົມປ່າໄມ້, ພະແນກການທີ່ກ່ຽວຂ້ອງຈາກ 3 ແຂວງ ກັບ 1 ນະຄອນຫຼວງວຽງຈັນ ທີ່ຕິດກັບພູເຂົາຄວາຍ ພ້ອມດ້ວຍຫ້ອງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມໄດ້ປຶກສາຫາລືຜ່ານຮ່າງດໍາລັດວ່າດ້ວຍການສ້າງຕັ້ງ ອຸທິຍານແຫ່ງຊາດ ພູເຂົາຄວາຍ ແລະ ປຶກສາຫາລືວຽກງານການຄຸ້ມຄອງ ປ່າສະຫງວນແຫ່ງຊາດ ພູເຂົາຄວາຍ, ນໍາສະເໜີຄວາມໂດ່ດເດັ່ນຂອງ ພູສັນຖານ ຊີວະນາໆພັນ, ປ່າສະຫງວນແຫ່ງຊາດ ພູເຂົາຄວາຍ, ບັນຫາການບຸກລຸກ ແລະ ສິ່ງທ້າທາຍ ໃນແຕ່ລະແຂວງ.

ພ້ອມກັນນັ້ນ ຜູ້ເຂົ້າຮ່ວມກອງປະຊຸມໄດ້ທັງປຶກສາຫາລື ປະກອບຄໍາເຫັນ ໃສ່ຮ່າງດໍາລັດ ວ່າດ້ວຍການສ້າງຕັ້ງອຸທິຍານແຫ່ງຊາດ ພູເຂົາຄວາຍ ເຊິ່ງອຸທິຍານແຫ່ງຊາດ ພູເຂົາຄວາຍ ມີເນື້ອທີ່ ທັງໝົດ 200.000 ເຮັກຕ່າ ກວມເອົານະຄອນຫຼວງ 13.422 ເຮັກຕ່າ, ແຂວງວຽງຈັນ ກວມເອົາ 46.359 ເຮັກຕ່າ, ແຂວງໄຊສົມບູນ ກວມເອົາ 2.4031 ເຮັກຕ່າ ແລະ ແຂວງບໍລິຄໍາໄຊ ກວມເອົາ 100.100 ເຮັກຕ່າ.

About admin11