ບໍລິຄຳໄຊ ຈັດພິທີມອບ-ຮັບ ເຄື່ອງກົນຈັກກະສິກຳໃຫ້ 10 ກຸ່ມກະສິກຳ ຂອງ 3 ເມືອງ

ພິທີມອບ-ຮັບ ເຄື່ອງກົນຈັກກະສິກຳ ຂອງໂຄງການຜະລິດກະສິກຳເປັນສິນຄ້າ ປະຈຳແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 7 ພຶດສະພາ 2021 ຢູ່ພະແນກກະສິກຳ ແລະ ປ່າໄມ້ແຂວງ ໃຫ້ກຽດມອບໂດຍ ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງ ປະທານຜູ້ຊີ້ນຳໂຄງການຜະລິດກະສິກຳເປັນສິນຄ້າຂັ້ນແຂວງ ແລະ ຕາງໜ້າຮັບໂດຍປະທານກຸ່ມຜະລິດ 10 ກຸ່ມ ໂດຍມີຄະນະຊີ້ນຳໂຄງການຂັ້ນແຂວງ, ຂັ້ນເມືອງ, ສະມາຊິກພາຍໃນກຸ່ມຜະລິດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ກຸ່ມການຜະລິດທີ່ໄດ້ຮັບທຶນສົມທົບຊື້ກົນຈັກກະສິດກຳ ຈຳນວນ 16.000 ໂດລາສະຫະລັດ ຈາກໂຄງການຜະລິດກະສິກຳເປັນສິນຄ້າ ໃນຊຸດທີ 1 ປະກອບດ້ວຍ ເມືອງປາກຊັນ: ກຸ່ມຜະລິດເຂົ້າເປັນສິນຄ້າ ບ້ານປາກປຶງ, ກຸ່ມຜະລິດເຂົ້າເປັນສິນຄ້າ ກຸ່ມ 1 ບ້ານຫາງຊິງສະຫວ່າງ, ກຸ່ມຜະລິດເຂົ້າເປັນສິນຄ້າ ກຸ່ມ 2 ບ້ານຫາງຊິງສະຫວ່າງ, ກຸ່ມຜະລິດເຂົ້າເປັນສິນຄ້າ ບ້ານໂພນງາມ, ກຸ່ມຜະລິດແນວພັນເຂົ້າ ບ້ານປາກຊັນ ແລະ ກຸ່ມຜະລິດເຂົ້າເປັນສິນຄ້າບ້ານບົວແວງຄຳ.

ເມືອງທ່າພະບາດ: ກຸ່ມຜະລິດແນວພັນເຂົ້າ ບ້ານໜອງເກິນ, ກຸ່ມຜະລິດເຂົ້າເປັນສິນຄ້າ ບ້ານສີສົມໄຊ ແລະ ກຸ່ມຜະລິດແນວພັນເຂົ້າ ກຸ່ມ 1 ບ້ານທວາຍໃຫຍ່ ແລະ ເມືອງບໍລິຄັນ ຄືກຸ່ມຜະລິດແນວພັນເຂົ້າ ບ້ານຫົວນາ ໃນນັ້ນ ຊື້ລົດໄຖຄູໂບຕ່າ L5018 ຈຳນວນ 8 ກຸ່ມ ລວມ 8 ຄັນ, ຊື້ລົດກ່ຽວເຂົ້າ DC-35 ຈໍານວນ 1 ກຸ່ມ ລວມ 1 ຄັນ ແລະ 1 ກຸ່ມຊື້ລົດດຳນາແບບເດີນຕາມ 1 ຄັນ ພ້ອມແຕະຕົກກ້າ ແລະ ລົດກ່ຽວເຂົ້າເດີນຕາມ K50 ຈຳນວນ 2 ຄັນ.

ໂຄງການຜະລິດກະສິກຳເປັນສິນຄ້າ ເປັນໜຶ່ງໃນບັນດາໂຄງການບູລິມະສິດຂອງ ສປປ ລາວ, ເປັນໂຄງການຮ່ວມມື ລະຫວ່າງລັດຖະບານ ສປປ ລາວ ກັບ ທະນາຄານໂລກ ຕາມແຜນງານຄ້ຳປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າລະດັບຊາດ ໂດຍໄດ້ຮັບຈັດຕັ້ງປະຕິບັດໃນ 5 ແຂວງ ຄື: ແຂວງໄຊຍະບູລີ, ແຂວງວຽງຈັນ, ນະຄອນຫຼວງວຽງຈັນ, ແຂວງບໍລິຄຳໄຊ ແລະ ແຂວງຄຳມ່ວນ.

ສຳລັບແຂວງບໍລິຄຳໄຊ ມີພື້ນທີ່ເປົ້າໝາຍຢູ່ໃນ 3 ເມືອງ ລວມມີ 25 ບ້ານ ຄື: ເມືອງປາກຊັນ 10 ບ້ານ, ທ່າພະບາດ 12 ບ້ານ ແລະ ເມືອງບໍລິຄັນ 3 ບ້ານ ລວມທັງໝົດ 51 ກຸ່ມການຜະລິດ. ເຊິ່ງຈຸດປະສົງຂອງໂຄງການ ແມ່ນເພື່ອເພີ່ມຄວາມສາມາດການແຂ່ງຂັນ ດ້ານຕ່ອງໂສ້ມູນຄ່າສິນຄ້າກະສິກຳ ໂດຍສະເພາະແມ່ນເພີ່ມປະສິດທິພາບການຜະລິດ ເຊັ່ນ: ເພີ່ມຜົນຜະລິດໃນເນື້ອທີ່ດິນກະສິກຳ ຂອງຊາວກະສິກອນເປົ້າໝາຍ ເພີ່ມຂຶ້ນ 20%,ເພີ່ມຍອດຂາຍຜະລິດຕະພັນກະສິກຳ ຂອງຊາວກະສິກອນເປົ້າໝາຍ ເພີ່ມຂຶ້ນ 25% ແລະ ເພີ່ມປະສິດທິພາບການສີ ຂອງໂຮງສີເຂົ້າເປົ້າໝາຍ ເພີ່ມຂຶ້ນ 7%.

About admins14