ບໍລິຄຳໄຊ ຈັດພິທີນຳສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ ຢູ່ ສປປ ລາວ ຢ່າງສົມກຽດ

ດ້ວຍຄວາມອາໄລອາວອນ ຕໍ່ດວງວິນຍານຂອງສະຫາຍທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ໃນຕອນເຊົ້າວັນທີ 6 ພຶດສະພາ 2021 ຢູ່ຫໍບູຊາອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ບ້ານຊະນະໄຊ ເມືອງປາກຊັນ ແຂວງບໍລິຄຳໄຊ ໄດ້ຈັດພິທີນຳສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ ຢູ່ ສປປ ລາວ ຂຶ້ນ ໂດຍການນໍາຂະບວນຂອງ ທ່ານ ວັນວິໄລ ແດນພູຫຼວງ ຫົວໜ້າຄະນະປະຕິບັດງານພິເສດ ແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະ.

ຂະບວນນຳສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ ຢູ່ ສປປ ລາວ ຈຳນວນ 8 ອັດຖິ ໄດ້ເລີ່ມເຄື່ອນຍ້າຍອອກຈາກຫໍບູຊາ ໃນເວລາ 4:00 ໂມງ ເດີນທາງໄປຍັງດ່ານສາກົນ ນໍ້າພ້າວ-ເກົາແຈວ ແຂວງຮ່າຕິ່ງ ສສ ຫວຽດນາມ ທີ່ເປັນບ້ານເກີດເມືອງນອນ ຫຼັງຈາກການຈາກໄປເປັນເວລາຫຼາຍປີ ເພື່ອພາລະກິດການປະຕິວັດຕ້ານຈັກກະພັດຜູ້ຮຸກຮານ.

ເພຶ່ອເປັນການສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີຄັ້ງສຸດທ້າຍ ຕໍ່ກັບອັດຖິຂອງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ໄດ້ເສຍສະຫຼະເລືອດເນື້ອໃນການຕໍ່ສູ້ໃນປາງສົງຄາມ ໃຫ້ກັບຄືນປະເທດຢ່າງສົມກຽດ ແລະ ເພື່ອໃຫ້ຄະນະປະຕິບັດງານພິເສດແຂວງຮ່າຕິ່ງ ໄດ້ທໍາພິທີທາງສາສະໜາ ແລ້ວນໍາເອົາອັດຖິເຂົ້າມ້ຽນຢູ່ທີ່ສຸສານປະຈໍາແຂວງ.

ທັງນີ້ກໍ່ເພື່ອໃຫ້ພໍ່ແມ່ປະຊາຊົນທັງສອງຊາດ ໄດ້ມີຄວາມເອກອ້າງທະນົງໃຈ ຕໍ່ຄຸນງາມຄວາມດີ ແລະ ວິລະກໍາອັນລໍາເລີດ ຂອງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ມີມາແຕ່ຍາວນານ ແລະ ຄວາມສາມັກຄີແບບບພິເສດ, ການຮ່ວມມືຮອບດ້ານ ລະຫວ່າງສອງພັກ-ສອງລັດ, ປະຊາຊົນສອງຊາດລາວຫວຽດນາມ-ຫວຽດນາມລາວ ທີ່ມີມາແຕ່ດຶກດໍາບັນ ໃຫ້ມີຄວາມຍືນຍົງຄົງຕົວຢູ່ຄູ່ກັບປະຊາຊົນສອງຊາດຕະຫຼອດໄປ.

About admins14