ສອງບໍລິສັດ ປະກອບສ່ວນຕ້ານໂຄວິດ-19

          ໃນວັນທີ 10 ພຶດສະພາ 2021 ຢູ່ຫ້ອງຮັບຮອງຂອງແຂວງ ທ່ານ ອະນຸສັກ ວໍລະບຸດ ຕາງໜ້າ ບໍລິສັດ ຄູນຄຳ ຈຳກັດຜູ້ດຽວ ແລະ ທ່ານ ພົງສະທອນ ສຸພາສິດ ຕາງໜ້າ ບໍລິສັດ 999 ລາວ-ຈີນ ການຄ້າ ຈຳກັດຜູ້ດຽວ ໄດ້ພ້ອມກັນມອບເງິນຈຳນວນ 25.000.000 ກີບ ເພື່ອສົມທົບທຶນປະກອບສ່ວນໃຫ້ແຂວງບໍລິຄຳໄຊ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ຕາງໜ້າກ່າວຮັບໂດຍ ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ ມີພາກສ່ວນທີ່ກຽ່ວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

          ໃນໂອກາດນີ້ ທ່ານ ບຸນເສັງ ປະທຳມະວົງ ໄດ້ຕາງໜ້າໃຫ້ການນຳແຂວງບໍລິຄຳໄຊ ກ່າວຄຳຂອບໃຈ ແລະ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ສອງບໍລິສັດດັ່ງກ່າວນີ້ ທີ່ເປັນສ່ວນໜຶ່ງໃນການສົມທົບທຶນຊຸກຍູ້ຊ່ວຍເຫຼືອ ໃນການເຄື່ອນໄຫວປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ແລະ ເພື່ອເປັນການຢັ້ງຢືນຜົນງານຄວາມດີດັ່ງກ່າວ ແຂວງບໍລິຄຳໄຊ ຍັງໄດ້ມອບໃບກຽດຕິຄຸນໃຫ້ທັງສອງບໍລິສັດນີ້ ເພື່ອເປັນກຽດຕິຄຸນ ແລະ ບັນທຶກໄວ້ໃນປື້ມຄຳປະຫວັດສາດຂອງແຂວງຕະຫຼອດໄປ.

 

About admins16