ບໍລິຄຳໄຊ ຈັດພິທີມອບ-ຮັບ ເຄື່ອງກົນຈັກກະສິກຳ ກຸ່ມກະສິກໍາ ຂອງ 3 ເມືອງ ຄັ້ງທີ 2

ພິທີມອບ-ຮັບ ເຄື່ອງກົນຈັກກະສິກຳ ຂອງໂຄງການຜະລິດກະສິກຳເປັນສິນຄ້າ ປະຈຳແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 31 ພຶດສະພາ 2021 ຢູ່ພະແນກກະສິກໍາ ແລະ ປ່າໄມ້ແຂວງ ໃຫ້ກຽດມອບໂດຍ ທ່ານ ບຸນເສັງ ປະທໍາມະວົງ ຮອງເຈົ້າແຂວງ ປະທານຜູ້ຊີ້ນຳໂຄງການຜະລິດກະສິກຳເປັນສິນຄ້າຂັ້ນແຂວງ ແລະ ຕາງໜ້າຮັບໂດຍປະທານກຸ່ມຜະລິດ 28 ກຸ່ມ ໂດຍມີຄະນະຊີ້ນໍາໂຄງການຂັ້ນແຂວງ, ຂັ້ນເມືອງ, ສະມາຊິກພາຍໃນກຸ່ມຜະລິດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ກຸ່ມການຜະລິດທີ່ໄດ້ຮັບທຶນສົມທົບຊື້ກົນຈັກກະສິກຳ ຈຳນວນ 16.000 ໂດລາສະຫະລັດ ຈາກໂຄງການຜະລິດກະສິກຳເປັນສິນຄ້າ ປະກອບດ້ວຍ ເມືອງປາກຊັນ: ໃນຊຸດທີ 2 ແລະ 3 ຈຳນວນ 6 ກຸ່ມ ຄື: ກຸ່ມຜະລິດແນວພັນເຂົ້າ ບ້ານ ປາກປຶງ, ບົວແວງຄຳ, ຫາດຊາຍຄູນ, ບ້ານກ້ວຍອຸດົມ ແລະ ບ້ານຫາງຊິງສະຫວ່າງ ຊື້ລົດໄຖນາ 5 ຄັນ ແລະ ລົດກ່ຽວເຂົ້າ DC-35 ຈໍານວນ 1 ຄັນ, ກຸ່ມຜະລິດເຂົ້າເປັນສິນຄ້າ ບ້ານໂພນສະອາດ, ຫາດຊາຍຄູນ, ທົ່ງໃຫຍ່ ແລະ ບ້ານນາສະຫວັນ 2 ກຸ່ມ ຊື້ລົດໄຖຄູໂບຕ່າ L5018 ຈໍານວນ 4 ຄັນ ( 1ຄັນ/ກຸ່ມ ) ແລະ ລົດໄຖ L4018 ຈໍານວນ 1 ກຸ່ມ.

ເມືອງທ່າພະບາດ: ກຸ່ມຜະລິດແນວພັນເຂົ້າ ບ້ານປາກທວາຍ, ຜາໂປງ, ຫົງທອງ, ທວາຍໃຫຍ່ ກຸ່ມ 2 ແລະ ບ້ານສາຍພາຍ ຊື້ລົດໄຖຄູໂບຕ່າ L5018 ຈໍານວນ 4 ຄັນ, ລົດດໍານາເດີນຕາມ 1 ຄັນ ພ້ອມແຕະຕົກກ້າ ແລະ ລົດກ່ຽວເຂົ້າເດີນຕາມ K50 ຈຳນວນ 2 ຄັນ, ກຸ່ມຜະລິດເຂົ້າເປັນສິນຄ້າ ບ້ານປາກທວາຍ, ໜອງເກິນ, ຍອຍໄຮ, ນາຄຳ, ຜາໂປງ, ຫົງທອງ, ທວາຍໃຫຍ່ ແລະ ບ້ານສາຍພາຍ, ຊື້ລົດໄຖຄູໂບຕ່າ L5018 ຈໍານວນ 8 ຄັນ.

ເມືອງບໍລິຄັນ ຄືກຸ່ມຜະລິດແນວພັນເຂົ້າ ບ້ານນາລ້ອງ ຊື້ລົດໄຖຄູໂບຕ່າ L5018 ຈຳນວນ 1 ຄັນ, ກຸ່ມຜະລິດເຂົ້າເປັນສິນຄ້າ ບ້ານນາລ້ອງ ແລະ ບ້ານຜາເມືອງ ຊື້ລົດໄຖຄູໂບຕ່າ L5018 ຈຳນວນ 2 ຄັນ, ກຸ່ມຜະລິດເຂົ້າບ້ານຫົວນາ ຊື້ລົດດຳນາເດີນຕາມ 1 ຄັນ ພ້ອມແຕະຕົກກ້າ, ຈັກປັ່ນເຂົ້າ 4 ຟູດ ພ້ອມຫົວຈັກສຳລັບຕິດລົດໄຖນາເດີນຕາມ 1 ເຄື່ອງ ແລະ ລົດຊິ່ງ ພ້ອມຫົວຈັກ ຈຳນວນ 1 ຄັນ.

ຈຸດປະສົງຂອງໂຄງການ ແມ່ນເພື່ອເພີ່ມຄວາມສາມາດການແຂ່ງຂັນ ດ້ານຕ່ອງໂສ້ມູນຄ່າສິນຄ້າກະສິກຳ ໂດຍສະເພາະແມ່ນເພີ່ມປະສິດທິພາບການຜະລິດ ເຊັ່ນ: ເພີ່ມຜົນຜະລິດໃນເນື້ອທີ່ດິນກະສິກຳ ຂອງຊາວກະສິກອນເປົ້າໝາຍ ເພີ່ມຂຶ້ນ 20%, ເພີ່ມຍອດຂາຍຜະລິດຕະພັນກະສິກຳ ຂອງຊາວກະສິກອນເປົ້າໝາຍ ເພີ່ມຂຶ້ນ 25% ແລະ ເພີ່ມປະສິດທິພາບການສີ ຂອງໂຮງສີເຂົ້າເປົ້າໝາຍ ເພີ່ມຂຶ້ນ 7%.

About admins16