ບໍລິຄຳໄຊ ຈັດກິດຈະກຳ ຄືນຄວາມອຸດົມສົມບູນສູ່ທຳມະຊາດ

ເພື່ອເປັນການຟື້ນຟູຊັບພະຍາກອນທຳມະຊາດ ພ້ອມທັງອານຸລັກ, ປົກປັກຮັກສາປ່າໄມ້ ແລະ ປະຕິບັດນະໂຍບາຍພັດທະນາເສດຖະກິດ ຕາມທິດສີຂຽວ ແລະ ຍືນຍົງ ໃຫ້ປະກົດຜົນເປັນຈິງ ຢູ່ສະຖານີທ່າກົກຄູນ ບ້ານປັດຊຸມ ເມືອງປາກຊັນ ແຂວງບໍລິຄຳໄຊ ໄດ້ຈັດກິດຈະກຳປູກຕົ້ນໄມ້ຂຶ້ນ ໃນວັນທີ 31 ພຶດສະພາ 2021 ໂດຍການເຂົ້າຮ່ວມຂອງ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ມີບັນດາການນຳຂັ້ນແຂວງ, ເມືອງ ແລະ ພະນັກງານ ຂອງບັນດາພະແນກການ ເຂົ້າຮ່ວມ.

ພິທີປູກໄມ້ຂອງແຂວງໃນຄັ້ງນີ້ ມີເນື້ອທີ່ທັງໝົດ 3,7 ເຮັກຕາ, ປູກເບັ້ຍໄມ້ຈໍານວນ 1.400 ເບ້ຍ ໃນນັ້ນມີໄມ້ດູ່ 250 ເບັ້ຍ, ໄມ້ຂະຍຸງ 250 ເບັ້ຍ, ໄມ້ວິກ 300 ເບັ້ຍ ແລະ ໄມ້ໃຫ້ໝາກ 600 ເບ້ຍ.

ຫຼັງຈາກນັ້ນ ການນຳແຂວງບໍລິຄຳໄຊ ຍັງຈະໄດ້ຮ່ວມກັນປູກເບ້ຍດອກກຸຫຼາບ ຈຳນວນ 1.500 ເບ້ຍ ແລະ ໄມ້ຊ້າງນ້າວ ຢູ່ອະນຸສາວະລີ ທ່ານ ສີສົມພອນ ລໍວັນໄຊ.

ໃນໄລຍະຜ່ານມາ ແຂວງບໍລິຄຳໄຊ ສາມາດປູກໄມ້ໄດ້ທັງໝົດ 35.926,516 ເຮັກຕາ, ຟື້ນຟູປ່າແບບທຳມະຊາດ ໄດ້ 99.874,45 ເຮັກຕາ, ມີເນື້ອທີປົກຫຸ້ມປ່າໄມ້ ກວມ 70 ກວ່າສ່ວນຮ້ອຍ ແລະ ສຳລັບແຜນການປູກໄມ້ ແລະ ຟື້ນຟູປ່າ ຂອງແຂວງບໍລິຄຳໄຊ ປີ 2021 ຈະໃຫ້ໄດ້ 4.800 ກວ່າເຮັກຕາ, 1.800.000 ກວ່າເບ້ຍ.

ປັດຈຸບັນ ສາມາດເກັບແກ່ນຊະນິດພັນໄມ້ອຸດສາຫະກຳ ( ຕົ້ນມ່ວງ, ຕົ້ນມີ້, ຕົ້ນລຳໄຍ) ແລະ ໄມ້ປະດັບ ( ໄມ້ດູ່, ໄມ້ຂະຍຸງ, ໄມ້ເກດສະໜາ, ໄມ້ແຕ້ຂ່າ) ໄດ້ 103.635 ກິໂລ, ກ້າເບ້ຍໄມ້ ໄດ້ 2.327.181 ເບ້ຍ, ໃນນັ້ນ ພາກລັດ ກ້າເບ້ຍໄມ້ໄດ້ 113.834 ເບ້ຍ, ປະຊາຊົນ 1.353.347 ເບ້ຍ ແລະ ບໍລິສັດ 860.000 ເບ້ຍ.

About admins14