ແຂວງຮ່າຕິ້ງ ມອບອຸປະກອນການແພດ ໃຫ້ແຂວງບໍລິຄໍາໄຊ ແລະ ແຂວງຄໍາມ່ວນ ລວມມູນຄ່າ 1 ຕື້ດົ່ງ

ໃນວັນທີ 6 ພຶດສະພາ 2021 ຢູ່ຫ້ອງປະຊຸມດ່ານສາກົນເກົາແຈວ ສສ ຫວຽດນາມ ທ່ານ ຫວໍ ຈ໊ອງ ຫາຍ ຮອງເລຂາພັກແຂວງ ຮ່າຕິ້ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ນໍາເອົາເຄື່ອງມືອຸປະກອນການແພດ ນໍາມາມອບໃຫ້ກັບ ແຂວງບໍລິຄໍາໄຊ ແລະ ແຂວງ ຄໍາມ່ວນ ທີ່ປະກອບດ້ວຍຊຸດແພດ, ເຈວລ້າງມື ແລະ ຜ້າອັດປາກ ລວມມູນຄ່າ 1 ຕື່ດົງ, ຕາງໜ້າແຂວງບໍລິຄໍາໄຊ ເປັນກຽດຮັບໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ, ມີຄະນະກອງບັນຊາການ ປກຊ – ປກສ, ຄະນະຫ້ອງວ່າການແຂວງ ແລະ ການນໍາທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພະຍານ.

ໂອກາດດັ່ງກ່າວທ່ານເຈົ້າແຂວງບໍລິຄຳໄຊ ຕ່າງໜ້າໃຫ້ກັບການນໍາພັກ-ລັດ ຕະຫຼອດຮອດພໍ່ແມ່ປະຊາຊົນ ບັນດາເຜົ່າຊາວແຂວງບໍລິຄໍາໄຊ ໃນຂອບເຂດທົ່ວປະເທດ ຍັງໄດ້ກ່າວສະແດງຄວາມຂອບໃຈຢ່າງລົ້ນເຫຼືອ ມາຍັງຄະນະນໍາຂອງແຂວງ ຮ່າຕິ້ງ ທີ່ເຫັນໄດ້ຄວາມສໍາຄັນ ແລະ ຫຍຸ້ງຍາກຈໍາເປັນ ແລະ ນໍາເອົາອຸປະກອນການແພດ ມາມອບໃຫ້ໃນຄັ້ງນີ້ ພ້ອມດຽວກັນນັ້ນ ທັງສອງຝ່າຍ ຍັງໄດ້ຜັດປ່ຽນກັນ ລາຍງານສະພາບລວມໂດຍຫຍໍ້ ຂອງການແຜ່ລະບາດຂອງພະຍາດ ໂຄວິດ-19 ຢູ່ພາຍໃນຂອບເຂດທົ່ວປະເທດ ແລະ ບັນດາແຂວງ, ທັງນີ້ ກໍ່ເພຶ່ອເປັນການປຶກສາຫາລື ໃນການເພີ່ມທະວີ ແລະ ເຝົ້າລະວັງ ການລະບາດຂອງເຊື້ອພະຍາດດັ່ງກ່າວ ບໍ່ໃຫ້ມີການລະບາດອອກເປັນບໍລິເວນກວ້າງ.

About admins14