ບໍລິຄຳໄຊ ຈະໄປພົບກັບ ຫົວພັນ ນັດສຸດທ້າຍຂອງຮອບຄັດເລືອກ ໃນວັນທີ 14 ພະຈິກ ວ່າຈະໄດ້ເຂົ້າຮອບແປດທີມຫຼືບໍ່?

 

          ທັບນັກກິລາເຕະບານດິນແດນກຸລາບປາກຊັນ ແຂວງບໍລິຄຳໄຊ ລົງສະໜາມນັດທີ 2 ຖືກ ທັບນັກກິລາແດນໄດໂນເສົາ ແຂວງສະຫວັນນະເຂດ ໄລ່ຕ້ອນເອົາຊະນະ 2-0 ປະຕູ ສົ່ງຜົນໃຫ້ແຂວງສະຫວັນນະເຂດ ມີສິດລຸ້ນເຂົ້າຮອບຕໍ່ໄປ ຂະນະທີ່ ທັບນັກກິລາຈາກເມືອງມໍລະດົກໂລກ ແຂວງຫຼວງພະບາງ  ກາຍເປັນທີມທຳອິດ ທີ່ສາມາດເຂົ້າໄປຢືນໃນຮອບ 8 ທີມ ຫຼັງໄລ່ເອົາທັບນັກກິລາເຕະບານແຂວງຫຼວງນໍ້າທາ ມາແບບຫວຸດຫວິດ 2-1 ປະຕູ ລວມສອງນັດ ຫຼວງພະບາງມີ 6 ຄະແນນ ການແຂ່ງຂັນເຕະບານທີມຊາຍ ທ່ົວປະເທດ ເພື່ອສ້າງຂະບວນການຄຳນັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 45 ປີ ທີ່ນະຄອນຫຼວງວຽງຈັນ.

          ເມື່ອວັນທີ 12 ພະຈິກ ຜ່ານມາ ໄດ້ມີການແຂ່ງຂັນເຕະບານຮອບຄັດເລືອກປະເພດທີມຊາຍ ເຖິງ 4 ຄູ່ ທີ່ 4 ສະໜາມ ຢ່າງເປັນປົກກະຕິ, ໃນນັ້ນ ຄູ່ທີ່ໜ້າສົນໃຈ ເປັນການພົບກັນລະຫວ່າງ ທີມແຂວງບໍລິຄຳໄຊ ພົບກັບ ແຂວງສະຫວັນນະເຂດ ທີ່ສະໜາມກິລາແຫ່ງຊາດ (ຫຼັກ16) ສະໜາມນອກ, ຄູ່ທີ 2 ແຂວງຫົວພັນ ພົບກັບ ແຂວງບໍ່ແກ້ວ ທີ່ສະໜາມກິລາແຫ່ງຊາດ ສະໜາມໃນ, ຄູ່ທີ 3 ແຂວງອັດຕະປື ພົບກັບ ແຂວງໄຊຍະບູລີ ທີ່ສະໜາມກິລາກາງ ມະຫາວິທະຍາໄລແຫ່ງຊາດ ແລະ ຄູ່ທີ 4 ແຂວງຫຼວງພະບາງ ພົບກັບ ແຂວງຫຼວງນໍ້າທາ ທີ່ສະໜາມກິລາກອງທັບ (ຫູັກ5) ທັງ 4 ຄູ່ດັ່ງກ່າວ ຍັງມີກອງເຊຍຂອງແຕ່ລະພາກສ່ວນເຂົ້າຮ່ວມຊົມ ແລະ ເຊຍຢ່າງຫຼວງ.​

          ຜ່ານການແຂ່ງຂັນ ຄູ່ທີໜ້າສົນໃຈ ລະຫວ່າງ ແຂວງບໍລິຄຳໄຊ ພົບກັບ ແຂວງສະຫວັນນະເຂດ ຄູ່ນີ້ ທັງສອງທີມຕ່າງກໍພາກັນມີໄຊ ໃນນັດທຳອິດ ຕະຫຼອດໄລຍະການແຂ່ງຂັນຜົນປະກົດວ່າ: ແຂວງສະຫວັນນະເຂດ ສາມາດໄລ່ເອົາຊະນະ ທີມແຂວງບໍລິຄຳໄຊ 2-0 ປະຕູ ໂດຍໄດ້ປະຕູໄຊຈາກການຍິງຂອງ ລຳເງິນ ນັນທະນາວົງ ນາທີ 26 ແລະ ອານຸນສັກ ຈູມມະນິວົງ ນາທີ 56 ສົ່ງຜົນໃຫ້ ແຂວງສະຫວັນນະເຂດ ເກັບ 3 ຄະແນນເພີ່ມ ຈາກສອງນັດລວມມີ 6 ຄະແນນ ມີລຸ້ນເຂົ້າຮອບຕໍ່ໄປ ແລະ ນັດສຸດທ້າຍ ແຂວງສະຫວັນນະເຂດ ພົບກັບ ແຂວງບໍ່ແກ້ວ ໃນວັນທີ 14 ພະຈິນີ້ ເວລາ 15:00 ໂມງ ທີ່ສະໜາມກິລາກອງທັບ ສ່ວນແຂວງບໍລິຄຳໄຊ ກັບແຂວງຫົວພັນ ມີ 3 ຄະແນນເທົ່າກັນ ແລະ ທັງສອງແຂວງດັ່ງກ່າວແມ່ນຈະໄດ້ຕັດສິນຊີ້ສະຕາແຂ່ງຂັນໃນວັນທີ 14 ພະຈິກນີ້ເຊັນກັນ ເວລາ 15:00 ໂມງ ທີ່ສະໜາມກິລາກາງມະຫາວິທະຍາໄລແຫ່ງຊາດ.​

          ສ່ວນຜົນການແຂ່ງຂັນອີກ 3 ຄູ່ ປະກົດວ່າ: ແຂວງຫົວພັນ ຊະນະ ແຂວງບໍ່ແກ້ວ 3-2 ປະຕູ, ແຂວງອັດຕະປື ສະເໝີແຂວງໄຊຍະບູລີ 0-0 ປະຕູ ແລະ ແຂວງຫຼວງພະບາງ ຊະນະ ແຂວງຫຼວງນໍ້າທາ 2-1 ປະຕູ ສົ່ງຜົນໃຫ້ແຂວງຫຼວງນໍ້າທາ ລົງສະໜາມ 2 ນັດ ເສຍ 2 ນັດ ຊ້ອນ ບໍ່ມີຈັກຄະແນນ ຕົກຮອບຕາມລະບຽບ ເຖິງຈະຍັງເຫຼືອອີກ 1 ນັດ ພົບກັບ ແຂວງໄຊຍະບູລີ ກໍຕາມ ຂະນະທີ່ກຳລັງລາຍງານ ກໍໄດ້ມີການແຂ່ງຂັນເຕະບານຍິງ ໃນຕອນເຊົ້າມື້ນີ້ (13 ພະຈິກ 2020) ເຖິງ 2 ຄູ່ ຜົນປະກົດວ່າ: ສາວນະຄອນຫຼວງວຽງຈັນ ເຈົ້າຖິ່ນ ໄລ່ເອົາຊະນະ ສາວແຂວງສະຫວັນນະເຂດ 2-0 ປະຕູ  ແລະ ສາວແຂວງຊຽງຂວາງ ໄລ່ຖະຫຼົ່ມເອົາຊະນະ ສາວແຂວງໄຊຍະບູລີ ຂາດຮອຍ 4-0 ປະຕູ.

About admin11