4 ບ້ານ ກຸ່ມພັດທະນາໜອງອໍ້ ໄດ້ຮັບນາມມະຍົດ ບ້ານສາມັກຄີປອງດອງ


ໃນວັນທີ 12 ພະຈິກ 2020 ນີ້ ທີ່ສະໂມສອນບ້ານຫລັກ 5 ກຸ່ມພັດທະນາໜອງອໍ້-ນາແປ ໄດ້ຈັດພິທີຮັບຮອງຄອບຄົວ ແລະ ບ້ານສາມັກຄີປອງດອງໃຫ້ກັບ 4 ບ້ານ ຄື: ບ້ານຫຼັກ5, ນາເຮືອງ, ນາຫາດ ແລະ ບ້ານຫາງນາ ຂອງເມືອງຄຳເກີດ ແຂວງບໍລິຄຳໄຊ, ເປັນປະທານໂດຍ ທ່ານ ບຸນຈັນ ຫຼວງຊົມພູ ກຳມະການພັກເມືອງ ເລຂາຄະນະພັກຮາກຖານກຸ່ມພັດທະນາໜອງອໍ້-ນາແປ ແລະ ໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳໝັ້ນ ໄຊຍະວົງ ຄະນະປະຈຳພັກເມືອງ, ປະທານແນວລາວສ້າງຊາດເມືອງຄຳເກີດ, ມີອົງການປົກຄອງ, ປະຊາຊົນພາຍໃນ 4 ບ້ານ ເຂົ້າຮ່ວມ.


ໃນພິທີ ໄດ້ຮັບຟັງການຜ່ານບົດລາຍງານ ໃນການຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວສາມັກຄີປອງດອງຂອງທັງ 4 ບ້ານວ່າ: ບ້ານຫຼັກ 5 ມີຈຳນວນ 133 ຫຼັງຄາເຮືອນ, ສາມາດຈັດຕັ້ງປະຕິບັດໄດ້ 100%, ບ້ານນາເຮືອງມີຈຳນວນ 141 ຫຼັງຄາເຮືອນ, ສາມາດປະກາດເປັນຄອບຄົວສາມະຄີປອງດອງ 90%, ບ້ານນາຫາດ ມີ 101 ຫຼັງຄາເຮືອນ ສາມາດຈັດຕັ້ງປະຕິບັດໄດ້ 100% ແລະ ບ້ານຫາງນາ ມີ 91 ຫຼັງຄາເຮືອນ ສາມາດຈັດຕັ້ງປະຕິບັດໄດ້100%.

ເພື່ອເປັນການຢັ້ງຢືນເຖີງຜົນສຳເລັດ ແລະ ຜົນງານທີ່ຍາດມາໄດ້ນັ້ນ ອົງການປົກຄອງຂອງເມືອງ ຈຶ່ງໄດ້ຕົກລົງ ມອບນາມມະຍົດ ບ້ານສາມັກຄີປອງດອງ ໃຫ້ແກ່ 4 ບ້ານ ເຊິ່ງເປັນກຽດຂຶ້ນມອບໃບຢັ້ງຢືນໂດຍ ທ່ານ ຄຳໝັ້ນ ໄຊຍະວົງ ແລະ ຮັບໂດຍ ຄະນະນຳຂອງ 4 ບ້ານ.

           ໃນຕອນທ້າຍ ທ່ານ ຄຳໝັ້ນ ໄຊຍະວົງ ໄດ້ຮຽກຮ້ອງອົງການປົກຄອງ ພ້ອມພໍ່ແມ່ປະຊາຊົນບັນດາເຜົ່າຈົ່ງພ້ອມກັນສືບຕໍ່ຮັກສາມູນເຊື້ອ, ປົກປັກຮັກສາໝາກຜົນສຳເລັດນີ້ໃວ້, ໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊີ່ງຂອງຄອບຄົວ ແລະ ບ້ານສາມັກຄີປອງດອງ, ເພີ່ມທະວີຄວາມສາມັກຄີປະກອບສ່ວນເຂົ້າໃນສອງໜ້າທີ່ຍຸດຖະສາດ ແລະ ປະຕິບັດຕາມຄຳຂວັນຮັກຊາດ ແລະ ພັດທະນາໃຫ້ປະກົດຜົນເປັນຈີງ.

About admin11