ບໍລິຄຳໄຊອກຳນົດ 6 ປະເພດກິລາ ງານມະຫະກຳກິລາ ສິລະປະນັກຮຽນມັດທະຍົມທົ່ວແຂວງ

ໃນຕອນເຊົ້າຂອງວັນທີ 02 ມີນາ 2022 ຢູ່ທີ່ຫ້ອງປະຊຸມຫ້ອງການສຶກສາທິການ ແລະ ກິລາ ເມືອງປາກກະດິງ ໄດ້ຈັດກອງປະຊຸມປຶກສາຫາລືການກະກຽມຄວາມພ້ອມການຈັດງານມະຫະກຳກິລາ, ສິລະປະນັກຮຽນມັດທະຍົມທົ່ວແຂວງ ຄັ້ງທີ່ V ແລະ ສອບເສັງນັກຮຽນເກັ່ງ ທົ່ວແຂວງ ປະຈໍາສົກຮຽນ 2021-2022 ຂື້ນ ຢ່າງເປັນທາງການ ໂດຍການເປັນປະທານຂອງ ທ່ານ ຄໍາເພັດ ໄຊປັນຍາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ.

ກອງປະຊຸມກະກຽມຄວາມພ້ອມໃນຄັ້ງນີ້ ໄດ້ເຫັນດີຕົກລົງເປັນເອກະພາບໃຫ້ເປີດການຈັດງານມະຫະກໍາກິລາ, ປະກວດສິລະປະນັກຮຽນມັດທະຍົມ ທົ່ວແຂວງຄັ້ງທີ V ແລະ ການສອບເສັງນັກຮຽນເກັ່ງ ທົ່ວແຂວງ (ຊັ້ນ ປ.5, ມ.4 ແລະ ມ.7) ປະຈໍາສົກຮຽນ ( 2021-2022), ສ່ວນວັນເວລາ ແລະ ສະຖານທີ່ເປີດງານການຈັດງານມະຫະກໍາກິລາ – ສິລະປະນັກຮຽນມັດທະຍົມກໍານົດເອົາສະຖານທີ່ເມືອງ ປາກກະດີງ ວັນທີ 01 ຫາ 04 ເມສາ 2022.

ກໍານົດແຂ່ງຂັນກິລາມີ 6 ປະເພດ ຄື: ບານເຕະ ( ຍິງ – ຊາຍ ), ບານສົ່ງ ( ຍິງ – ຊາຍ ), ກະຕໍ້ ( ຍິງ – ຊາຍ ), ໝາກເສິກ ( ຍິງ – ຊາຍ ), ແລ່ນ – ລານ ( ຍິງ – ຊາຍ ) ແລະ ເປຕັ່ງ  (ຍິ ງ – ຊາຍ ), ສ່ວນການແຂ່ງຂັນສີລະປະຟ້ອນກໍານົດເອົາເມືອງລະ 2 ບົດຟ້ອນ.

About admins16