ພະແນກສາທາລະນະສຸກແຂວງ ມອບເຄື່ອງປ້ອງກັນ ແລະ ຕ້ານພະຍາດໂຄວິດ-19 ໃຫ້ພະແນກ ສຶກສາແຂວງ

ເພື່ອເປັນການປະຕິບັດມາດຕະການປ້ອງກັນ ແລະ ຕ້ານການລະບາດຂອງເຊື້ອພະຍາດໂຄວິດ-19 ໃນສະຖານການສຶກສາ ຂອງແຂວງບໍລິຄໍາໄຊ, ໃນຕອນບ່າຍຂອງວັນທີ 2 ມີນາ 2022 ຢູ່ທີ່ພະແນກສາທາລະນະສຸກແຂວງບໍລິຄໍາໄຊ ໄດ້ມີພິທີມອບ – ຮັບເຄື່ອງປ້ອງກັນ ແລະ ຕ້ານພະຍາດໂຄວິດ-19, ຕາງໜ້າມອບໂດຍທ່ານ ດຣ ສອນໄຊ ປັນຍານຸວົງ ຫົວໜ້າພະແນກສາທາລະນະສຸກແຂວງ ພ້ອມດ້ວຍຄະນະ, ກ່າວຮັບໂດຍ ທ່ານ ໂພເພັດ ກຸນນາວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໂດຍມີພະນັກງານທັງ 2 ພາກສ່ວນ ເຂົ້າຮ່ວມເປັນສັກຂີພະຍານ.

ອຸປະກອນທີ່ນໍາມາມອບໃນຄັ້ງນີ້ ປະກອບມີ ເຈວລ້າງມືຈໍານວນ 640 ຕຸກ ແລະ ຜ້າອັດດັງ ( ແບບຊັກລ້າງໄດ້ ) ຈໍານວນ 4.500 ຜືນ, ພາຍຫຼັງທີ່ມີການມອບຮັບສໍາເລັດແລ້ວ ພະແນກສຶກສາທິການ ແລະ ກິລາແຂວງ ຈະໄດ້ນໍາເອົາເຄື່ອງດັ່ງກ່າວລົງໄປມອບຕໍ່ໃຫ້ຫ້ອງການສຶກສາທິການ ແລະ ກິລາເມືອງທັງ 7 ຕົວເມືອງ ເພື່ອຈະນໍາໄປມອບຕໍ່ໃຫ້ໂຮງຮຽນພາຍໃນເມືອງຂອງຕົນ.

About admins16