ທ່າພະບາດ ຈັັດກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 06 ສະໄໝທີ VI

ກອງປະຊຸມເປີດກວ້າງ ຄົບຄະນະບໍລິຫານງານພັກ ເມືອງທ່າພະບາດ ແຂວງບໍລິຄຳໄຊ ຄັ້ງທີ 06 ສະໄໝທີ VI ໄດ້ຈັດຂຶ້ນລະຫວ່າງວັນທີ 1-2 ມີນາ 2022 ທີ່ຫ້ອງປະຊຸມຫ້ອງວ່າການເມືອງທ່າພະບາດ ພາຍໃຕ້ການເປັນປະທານຂອງ ສະຫາຍ ພັທ ສົມສົດ ແສງອາພອນ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງທ່າພະບາດ ເປັນກຽດເຂົ້າຮ່ວມຂອງ ສະຫາຍ ຄໍາແຫວນ ປັນຍານຸວົງ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງ,  ສະຫາຍ ບຸນສົງ ເພັດຈະເລີນ ຄະນະປະຈໍາພັກແຂວງ ແລະ ບັນດາສະຫາຍຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ ຫົວໜ້າຫ້ອງການ ກອງບັນຊາການ ປກຊ-ປກສ, ຕະຫຼອດຮອດນາຍບ້ານເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ສຸມໃສ່ກວດກາ, ຕີລາຄາ ສະພາບການຜັນຂະຫຍາຍ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານຄັ້ງທີ 5 ສະໄໝທີ VI ແລະ  ສະຫຼຸບວຽກງານຮອບດ້ານປະຈໍາປີ 2021 ເຊິ່ງໄດ້ຍົກໃຫ້ເຫັນຜົນສໍາເລັດດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້.

ໄດ້ກໍານົດທິດທາງແຜນການຄາດໝາຍສູ້ຊົນປະຈໍາປີ 2022 ໃຫ້ສອດຄ່ອງກັບວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IV ຂອງເມືອງວາງອອກ. ພາຍໃຕ້ການນໍາພາຂອງອົງຄະນະພັກເມືອງທຸກຂັ້ນໃນໄລຍະ 1 ປີຜ່ານມາ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ເຮັດໃຫ້ຜົນສໍາເລັດຫຼາຍດ້ານ ເປັນຕົ້ນແມ່ນ ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສໍາເລັດການສ້າງບ້ານປ້ອງກັນຊາດເຂັ້ມແຂງໄດ້ 1 ບ້ານ, ປັບປຸງກໍາລັງ ປກສ ບ້ານໃຫ້ເປັນກໍາລັງທີ່ເຂັ້ມແຂງໄດ້ 19 ບ້ານ, ສຸມໃສ່ຊຸກຍູ້ການຜະລິດພືດ, ສະບຽງອາຫານ ສາມາດຜະລິດເຂົ້າໄດ້ 17.007,8 ໂຕນ, ປູກພືດລະດູແລ້ງຜົນຜະລິດໄດ້ 6.382 ໂຕນ, ພືດລະດູຝົນໄດ້ 3.712,5 ໂຕນ, ສົ່ງເສີມການຜະລິດສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ 6 ກຸ່ມລວມມູນຄ່າ 2.847.600 ກີບ, ປັບປຸງພື້ນຖານໂຄງລ່າງ ຈັດຕັ້ງປະຕິບັດການກໍ່ສ້າງທາງເບຕົງເຂົ້າວັດນາຄານີມິດ ມູນຄ່າ 1.289.380.000 ກີບ ສໍາເລັດ 100 ສ່ວນຮ້ອຍ, ກໍ່ສ້າງທາງປູຢາງ 2 ຊັ້ນແຕ່ທາງ 13 ໃຕ້ ຫາ ບ້ານ ນາຄໍາ ສໍາເລັດ,  ຕັ້ງໜ້າແກ້ໄຂບັນຫາຄວາມທຸກຍາກຂອງປະຊາຊົນພາຍໃນເມືອງ ໄດ້ 4 ຄອບຄົວ, ຈັດຕັ້ງປະຕິບັດເກັບລາຍຮັບເຂົ້າງົບປະມານໄດ້ 4.701.​570.317 ກີບເທົ່າກັບ 112.93 ສ່ວນຮ້ອຍຂອງແຜນການປີ.

ພ້ອມກັນນັ້ນ, ທີ່ກອງປະຊຸມ ຍັງໄດ້ຜ່ານເນື້ອໃນມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ບໍລິຄໍາໄຊ ຄັ້ງທີ 6 ສະໄໝທີ VII ແລະ ໄດ້ຜ່ານຂໍ້ຕົກລົງ ຂອງທ່ານເຈົ້າແຂວງບໍລິຄໍາໄຊ ວ່າດ້ວຍການແຕ່ງຕັ້ງຮອງເຈົ້າເມືອງທ່າພະບາດສະບັບເລກທີ 112/ຂບຊ ລົງວັນທີ 22 ກຸມພາ 2022 ໂດຍແຕ່ງຕັ້ງ ສະຫາຍ ກອນ ຫຼວງພິທັກ ເປັນຮອງເຈົ້າເມືອງ ທ່າພະບາດ ຊີ້ນໍາຂົງເຂດເສດຖະກິດ .

About admin11