ບໍລິຄຳໄຊ ປະກາດບົ່ງຕົວແຕ່ງຕັ້ງປະທານ ຮອງປະທານ ຄະນະສະມາຄົມ ການທ່ອງທ່ຽວ ໂຮງແຮມ ເຮືອນພັກ ແລະ ຮ້ານອາຫານ

ພິທີປະກາດການບົ່ງຕົວແຕ່ງຕັ້ງປະທານ, ຮອງປະທານ ຄະນະສະມາຄົມການທ່ອງທ່ຽວ, ໂຮງແຮມ, ເຮືອນພັກ-ຣີສອດ ແລະ ສະມາຄົມຮ້ານອາຫານ ກິນດື່ມ-ບັນເທິງ ຂັ້ນແຂວງ ໄດ້ຈັດຂຶ້ນໃນກອງປະຊຸມສະຫຼຸບວຽກງານປະຈຳປີ 2022 ແລະ ທິດທາງແຜນການ 2023 ຂອງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍລິຄຳໄຊ ໃນວັນທີ 10 ກຸມພາ 2023 ຢູ່ຫ້ອງປະຊຸມຂອງພະແນກ ຖວທ ແຂວງ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ, ມີຄະນະພະແນກ, ຫົວໜ້າ-ຮອງຫົວໜ້າຂະແໜງ, ກອງວິຊາການ, ຫົວໜ້າຫ້ອງການ ຖວທ 7 ຕົວເມືອງ, ພະແນກການ ແລະ ຜູ້ປະກອບການທຸລະກິດ ເຂົ້າຮ່ວມ.

ທ່ານ ສີຫອມ ສອນມະນີ ຮອງຫົວໜ້າພະແນກ ຖວທ ແຂວງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງບໍລິຄຳໄຊ ວ່າດ້ວຍການບົ່ງຕົວແຕ່ງຕັ້ງປະທານ, ຮອງປະທານ ແລະ ຄະນະສະມາຄົມການທ່ອງທ່ຽວ, ໂຮງແຮມ, ເຮືອນພັກ-ຣີສອດ ຂັ້ນແຂວງຄື: ທ່ານ ບຸນຫີນ ວົງວິໄຊ ເປັນປະທານ, ທ່ານນາງ ກອງແກ້ວ ສຸວັນນະຈັກ ເປັນຮອງປະທານ, ທ່ານ ພົມມີໄຊ ທຳມະພັດ, ທ່ານ ບຸນມາ ວົງໄກສອນ, ທ່ານ ຈັນທະວອນ ຈັນທະລັງສີ ແລະ ທ່ານ ອຳພອນ ສີບຸນເຮືອງ ເປັນຄະນະ.

ຂໍ້ຕົກລົງ ຂອງທ່ານເຈົ້າແຂວງບໍລິຄຳໄຊ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ປະທານ, ຮອງປະທານ ແລະ ຄະນະສະມາຄົມ ຮ້ານອາຫານ ກິນດື່ມ-ບັນເທີງ ຂັ້ນແຂວງ ຄື: ທ່ານ ແກ້ວວົງສັກ ດວງພະຈັນ ເປັນປະທານ, ທ່ານ ສຸດທິພົງ ຈັນທະພັນ ເປັນຮອງປະທານ, ທ່ານ ພຸດດາວວັນ ສິງມະວົງ, ທ່ານນາງ ດວງນາລີ ອຸນນາລົມ, ທ່ານນາງ ນາລີ ຈັນທະວົງ ແລະ ທ່ານນາງ ຈີ້ງ ດາລາວົງ ເປັນຄະນະ.

About admins16