ບໍລິຄຳໄຊ ສຸມໃສ່ວຽກງານຄຸ້ມຄອງ ລະບົບນິເວດວິທະຍາ ແລະ ສັດປ່າ

ກອງປະຊຸມລາຍງານຜົນການປະຕິບັດແຜນ ໂຄງການຄຸ້ມຄອງລະບົບນິເວດວິທະຍາ ແລະ ສັດປ່າ ແບບປະສົມປະສານ ໄລຍະ IV ໄດ້ຈັດຂຶ້ນໃນວັນທີ 23 ມີນາ 2022 ຢູ່ຫ້ອງປະຊຸມພະແນກະສິກໍາ ແລະ ປ່າໄມ້ແຂວງ ເປັນປະທານໂດຍ ທ່ານ ບຸນເສັງ ປະທໍາມະວົງ ຮອງເຈົ້າແຂວງບໍລິຄຳໄຊ ມີຄະນະຮັບຜິດຊອບຈາກກະຊວງ, ພະແນກການ, ເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໂຄງການຄຸ້ມຄອງລະບົບນິເວດວິທະຍາ ແລະ ສັດປ່າແບບປະສົມປະສານ (IEWMP) ໄລຍະ IV ແມ່ນ 5 ປີ ແຕ່ປີ 2021-2025, ງົບປະມານ 2 ລ້ານກວ່າໂດລ່າ, ສໍາລັບປີ 2021 ມີ 3 ເຂດເປົ້າໝາຍຄື: ເຂດປ່າສະຫງວນແຫ່ງຊາດນໍ້າກະດິງ, ເຂດອະນຸລັກພັນສັດປ່າຫາຍາກ ແລະ ໃກ້ຈະສູນພັນ ພູສີທົນ ແລະ ເຂດທົດລອງຮູບແບບການຈ່າຍຄ່າບໍລິການລະບົບນິເວດໄມ້.

ໄລຍະຜ່ານມາ ຄະນະຮັບຜິດຊອບ ໄດ້ສຸມໃສ່ຫຼາຍວຽກງານສໍາຄັນ ເປັນຕົ້ນແມ່ນການວາງແຜນ, ການຮ່ວມມື ແລະ ນະໂຍບາຍດ້ານການອະນຸລັກ, ການປົກປັກຮັກສາຊີວະນາໆພັນ, ສຶກສາຄົ້ນຄວ້າ, ການຕິດຕາມການຄຸ້ມຄອງປ່າໄມ້, ໄພຂົ່ມຂູ່ຕ່າງໆ ແລະ ອື່ນໆ, ໄດ້ອອກເຄື່ອນໄຫວກວດກາລາດຕະເວັນເຂດອະນຸລັກພູສີທົນ 577 ວັນ, 4.185 ກິໂລແມັດ, ພົບໄພຂົ່ມຂູ່ 179 ກໍລະນີ ສາມາດປະຕິບັດລະບຽບໄດ້ 47 ກໍລະນີ້, ໄດ້ອອກເຄື່ອນໄຫວກວດກາລາດຕະເວນ ປ່າສະຫງວນນໍ້າກະດິງ 683 ວັນ, 4.600 ກິໂລແມັດ, ພົບໄພຂົ່ມຂູ່ 620 ກໍລະນີ.

ພ້ອມນັ້ນ ຍັງໄດ້ມີການວາງແຜນນໍາໃຊ້ທີ່ດິນ ແລະ ປ່າໄມ້ ແບບມີສ່ວນຮ່ວມ, ການຈ່າຍຄ່າບໍລິການດ້ານລະບົບນິເວດປ່າໄມ້, ສະໜັບສະໜູນກອງທຶນບ້ານ ເພື່ອພັດທະນາອາຊີບ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ວຽກງານອື່ນໆ.

ຫຼັງຈາກນັ້ນ ຍັງໄດ້ມີການສະເໜີ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນຫຼາຍບັນຫາສໍາຄັນ ເປັນຕົ້ນແມ່ນການນໍາໃຊ້ກົດໝາຍຢ່າງເຂັ້ມງວດ, ການສ້າງແຜນກິດຈະກໍາຕ່າງໆ ໃນການພັດທະນາອາຊີບຂອງປະຊາຊົນ, ການຍົກລະດັບຄວາມຮູ້ຄວາມສາມາດຂອງພະນັກງານ, ການປະສານສົມທົບລະຫວ່າງພາກສ່ວນທີ່ກ່ຽວຂ້ອງ.

ທັງນີ້ ກໍ່ເພື່ອເຮັດໃຫ້ຊັບພະຍາກອນປ່າໄມ້ ແລະ ລະບົບນິເວດ ພາຍໃນຂອບເຂດປ່າສະຫງວນ, ປ່ອງປ້ອງກັນ ແລະ ພື້ນທີ່ປ່າໄມ້ອື່ນໆທີ່ສໍາຄັນຂອງແຂວງ ໄດ້ຮັບການອະນຸລັກ, ຄຸ້ມຄອງ ຄຽງຄູ່ກັບການປັບປຸງຊີວິດການເປັນຢູ່ຂອງຊຸມຊົນ ໃຫ້ຍືນຍົງ.

About admins14