ສະພາປະຊາຊົນແຂວງ ເຜີຍແຜ່ເຊື່ອມຊຶມ 8 ເອກະສານສໍາຄັນ

ກອງປະຊຸມປາຖະກະຖາ ແລະ ເຜີຍແຜ່ເຊື່ອມຊຶມ ເອກະສານສໍາຄັນຂອງພັກ – ລັດ, ອົງການແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ໄດ້ຈັດຂຶ້ນໃນວັນທີ 23 ມີນາ 2022 ຢູ່ຫ້ອງປະຊູຸມສະພາປະຊາຊົນແຂວງ, ໃຫ້ກຽດເຜີຍແຜ່ໂດຍ ທ່ານ ເລື່ອນວິໄລ ຈັນທະລາພັນ ຄະນະປະຈໍາພັກແຂວງ ຮອງປະທານສະພາປະຊາຊົນແຂວງບໍລິຄຳໄຊ, ມີຄະນະພັກຮາກຖານ, ສະມາຊິກສະພາປະຊາຊົນແຂວງ, ສະມາຊິກພັກ ແລະ ພະນັກງານ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການເຜີຍແຜ່ບົດໂອ້ລົມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ຕໍ່ກອງປະຊຸມວຽກຈັດຕັ້ງທົ່ວປະເທດ ຄັ້ງທີ XI ແລະ ບົດໂອ້ລົມຂອງທ່ານ ເລຂາພັກແຂວງ – ເຈົ້າແຂວງບໍລິຄຳໄຊ ຕໍ່ກອງປະຊຸມວຽກງານຈັດຕັ້ງ ກໍ່ສ້າງພັກ-ພະນັກງານ 5 ປີ ( 2016-2020 ).

ຮັບຟັງການເຜີຍແຜ່ ມະຕິກອງປະຊຸມວຽກງານຈັດຕັ້ງກໍ່ສ້າງພັກ – ພະນັກງານ ທົ່ວແຂວງບໍລິຄຳໄຊ ໄລຍະ 5 ປີ 2016 – 2020 ທີ່ໄດ້ໄຂຂຶ້ນໃນວັນທີ 29-30 ທັນວາ 2021, ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າຢ່າງເລິກເຊີ່ງ, ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ແລະ ເຫັນດີເປັນເອກະພາບ ຮັບຮອງເອົາບົດສະຫຼຸບກ່ຽວກັບວຽກງານຈັດຕັ້ງ, ກໍ່ສ້າງພັກ – ພະນັກງານ ແລະ ປັບປຸງການຈັດຕັ້ງ, ບົດລາຍງານກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ່ນ ໄລຍະ 5 ປີ ຜ່ານມາ, ບົດລາຍງານການສ້າງແຜນກໍານົດພະນັກງານນໍາພາ – ຄຸ້ມຄອງຂັ້ນແຂວງ, ບົດລາຍງານການປັບປຸງກົງຈັກການຈັດຕັ້ງ ຕິດພັນການຂຽນກໍານົດຕໍາແໜ່ງງານ, ໄດ້ຮັບຮອງເອົາທິດທາງ ແລະ ໜ້າທີ່ວຽກງານຈຸດສຸມໃນຕໍ່ໜ້າ.

ໄດ້ຮັບຟັງການເຜີຍແຜ່ດຳລັດ ເລກທີ 599/ລບ ທີ່ກຳນົດຫຼັກການ, ລະບຽບການກ່ຽວກັບການປະກອບ, ການຄຸ້ມຄອງນໍາໃຊ້, ການປົກປັກຮັກສາ ແລະ ການສະສາງລົດຂອງລັດ ແນໃສ່ ສ້າງຄວາມເປັນເອກະພາບສູງໃນການຈັດຕັ້ງປະຕິບັດຕົວຈິງ ໃນຂອບເຂດທົ່ວປະເທດ ທັງຮັບປະກັນ ປະຕິບັດນະໂຍບາຍປະຢັດແຫ່ງຊາດ ແລະ ໃຫ້ສອດຄ່ອງກັບເງື່ອນໄຂຕົວຈິງຂອງປະເທດເຮົາ.

ໃນກອງປະຊຸມ ຍັງໄດ້ຮັບຟັງການເຜີຍແຜ່ມະຕິກອງປະຊຸໃຫຍ່ທົ່ວປະເທດ ຄັ້ງທີ XI ຂອງແນວລາວສ້າງຊາດ, ເອກະສານລະນຶກວັນສ້າງຕັ້ງແຂວງບໍລິຄໍາໄຊ ຄົບຮອບ 38 ປີ, ວັນສ້າງຕັ້ງອົງການກວດກາພັກ – ລັດ ຄົບຮອບ 40 ປີ, ວັນແມ່ຍິງສາກົນ ຄົບຮອບ 112 ປີ ແລະ ຜົນສໍາເລັດກອງປະຊຸມແມ່ຍິງລາວທົ່ວປະເທດ, ແຜນດໍາເນີນງານ ເພື່ອສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກນ້ອຍ.

About admins14