ບໍລິສັດ ເອເຊຍປາຊີຟິກ ລົງທຶນສໍາຫຼວດຫີນອ່ອນມາໂບ້ ເມືອງຄໍາເກີດ

ພິທີເຊັນສັນຍາວ່າດ້ວຍການຊອກຄົ້ນ ແລະ ສໍາຫຼວດຫີນອ່ອນ ມາໂບ້ ຢູ່ທີ່ບ້ານ ທົ່ງວຽງຄໍາ ເມືອງຄໍາເກີດ ແຂວງ ບໍລິຄໍາໄຊ ໄດ້ຈັດຂຶ້ນໃນວັນທີ 1 ກຸມພາ 2021 ຢູ່ຫ້ອງປະຊຸມ ພະແນກ ແຜນການ ແລະ ການລົງທຶນແຂວງ ຕາງໜ້າໃຫ້ແກ່ອໍານາດການປົກຄອງແຂວງບໍລິຄຳໄຊ ເຊັນໂດຍ ທ່ານ ໄຊອຳພອນ ສີຫາວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນ, ຕາງໜ້າບໍລິສັດຜູ້ລົງທຶນພັດທະນາ ເຊັນໂດຍ ທ່ານ ນາງ ສິລິວັນ ປັດທຳມະວົງ ຮອງອຳນວຍການບໍລິສັດເອເຊຍປາຊີຟິກ ທີ່ປຶກສາການຄ້າ-ການລົງທຶນຈຳກັດຜູ້ດຽວ ຊ້ອງໜ້າໂດຍທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ແລະ ທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍການນຳຂອງແຂວງ, ຫົວໜ້າພະແນກການ, ເມືອງ ແລະ ພະນັກງານວິຊາການ ທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ບໍລິສັດເອເຊຍປາຊີຟິກ ທີ່ປຶກສາ ການຄ້າ – ການລົງທຶນຈໍາກັດຜູ້ດຽວ ຮ່ວມກັບ ບໍລິສັດຈີນໄທເຕີ້ ການຄຸ້ມຄອງ ແລະ ພັດທະນາຈໍາກັດຜູ້ດຽວ ແມ່ນມີຄວາມສົນໃຈ ຕ້ອງການຢາກສຶກສາຊອກຄົ້ນ ແລະ ສໍາຫຼວດ ຄວາມເປັນໄປໄດ້ໃນການຂຸດຄົ້ນຫີນອ່ອນມາໂບ້ ແລະ ສ້າງເປັນໂຮງງານຜະລິດ ເພື່ອສົ່ງອອກໃນອານາຄົດ ທັງນີ້ ກໍ່ເພື່ອເປັນການສ້າງລາຍຮັບໃຫ້ແກ່ປະຊາຊົນຢູ່ໃກ້ເຂດດັ່ງກ່າວ ກໍ່ຄືສ້າງຊີວິດການເປັນຢູ່ຂອງປະຊາຊົນ ແຂວງບໍລິຄໍາໄຊ ໃຫ້ມີລາຍຮັບ ແລະ ມີຊີວິດການເປັນຢູ່ທີ່ດີຂຶ້ນ. ໂດຍສັນຍາສະບັບນີ້ ມີໄລຍະເວລາ 12 ເດືອນ ເພື່ອໃຫ້ສຳເລັດໃນທຸກໜ້າວຽກທີ່ໄດ້ລົງນາມກັນໄວ້.

About admins16