ບ້ານໂພນໄຊເໜືອ ແລະ ໜອງສາມານ ເປີດການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ

ພິທີເປີດການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ຢູ່ບ້ານໂພນໄຊເໜືອ ແລະ ບ້ານໜອງສາມານ ເມືອງປາກຊັນ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 7 ກັນຍາ 2022, ໂດຍໃຫ້ກຽດເຂົ້າຮ່ວມເປີດຂອງ ທ່ານ ວົງສີ ທອງສີອິນທິປັນຍາ ເຈົ້າເມືອງປາກຊັນ.

ໃນພິທີ ໄດ້ຮັບຟັງຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຕາມຄາດໝາຍສູ້ຊົນມະຕິກອງປະຊຸມໃຫຍ່ຄັ້ງທີ່ VII ຂອງບ້ານ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ່ VII ຂອງອົງຄະນະພັກເມືອງປາກຊັນວາງອອກ, ຍົກໃຫ້ເຫັນສະພາບລວມ, ຈຸດພິເສດພາຍໃນບ້ານ, ການປະກອບອາຊີບ ແລະ ການດໍາລົງຊີວິດຂອງພໍ່ແມ່ປະຊາຊົນ, ເຫັນວ່າປະຊາຊົນສ່ວນຫຼາຍແມ່ນຢຶດຖືປະກອບອາຊີບເປັນພະນັກງານລັດຖະກອນ, ຄ້າ – ຂາຍ ແລະ ປູກຝັງ – ລ້ຽງສັດ, ສາມາດແກ້ໄຂບັນຫາຄວາມທຸກຍາກຂອງປະຊາຊົນພາຍໃນບ້ານໃຫ້ດີຂຶ້ນໄປເທື່ອລະກ້າວ, ໄລຍະຜ່ານມາຄະນະພັກ, ອໍານາດການຈັດຕັ້ງບ້ານ ແມ່ນໄດ້ເພີ່ມທະວີ ນໍາເອົາແນວທາງນະໂຍບາຍຂອງພັກ, ມະຕິຄໍາສັ່ງ, ຂໍ້ກໍານົດ, ກົດໝາຍຂອງລັດ ແລະ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ມາເຜີຍແຜ່ເຊື່ອມຊືມ ໃຫ້ແກ່ສະມາຊິກພັກ, ການຈັດຕັ້ງ, ປະຊາຊົນພາຍໃນບ້ານໄດ້ຮັບຮູ້ເຂົ້າໃຈ ແລະ ເຮັດໃຫ້ເຂົາເຈົ້າມີເເນວຄິດອຸ່ນອຽນທຸ່ນທ່ຽງເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ.

ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ປະກອບສ່ວນຢ່າງຕັ້ງໜ້າໃນການປະຕິບັດສອງໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສາ້ງສາພັດທະນາປະເທດຊາດ, ເອົາໃຈໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າຢ່າງຕັ້ງໜ້າໃຫ້ຄວາມສະດວກ ແລະ ໃຫ້ຄໍາແນະນໍາຕ່າງໆ ບວກກັບມູນເຊື້ອຄວາມດຸໝັ່ນຂະຫຍັນພຽນຂອງປະຊາຊົນໃນການປູກຝັງລ້ຽງສັດ ແລະ ການຄ້າຂາຍ, ບໍລິການຕ່າງໆ ຈຶ່ງສາມາດເຮັດໃຫ້ຄອບຄົວຂອງປະຊາຊົນບ້ານໂພນໂຊເໜືອ ແລະ ບ້ານ ໜອງສາມານຫຼຸດພົ້ນອອກຈາກຄວາມທຸກຍາກ, ໂອກາດດຽວກັນໃນທີ່ປະຊຸມຍັງໄດ້ຜ່ານແຜນວຽກ ແລະ ບົດບັນທຶກປຶກສາຫາລືການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ເພື່ອໃຫ້ການຈັດຕັ້ງບ້ານ ແລະ ພໍ່ແມ່ປະຊາຊົນນໍາເອົາເນື້ອໃນດັ່ງກ່າວໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ ແລະ ມີຄຸນນະພາບສູງ .

About admins14