ທ່າພະບາດ ທຳລາຍຊິ້ນສ່ວນສັດປ່າ ທີ່ຫ້າມລ່າ ແລະ ຊື້ – ຂາຍ

ໃນວັນທີ 8 ກັນຍາ 2022 ຢູ່ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ຈັດພິທີ ທໍາລາຍ ຊີ້ນສ່ວນສັດປ່າ ທີ່ມີການລັກລອບລ່າ ຊື້ – ຂາຍ ບໍ່ຖືກຕ້ອງຕາມລະບຽບກົດໝາຍ ພາຍໃນເມືອງທ່າພະບາດ ໃຫ້ກຽດເຂົ້າຮ່ວມພິທີທຳລາຍໂດຍທ່ານ ກອນ ຫຼວງພິທັກ ຮອງເຈົ້າເມືອງທ່າພະບາດ, ມີຄະນະກອງກວດກາປ່າໄມ້ ແຂວງບໍລິຄຳໄຊ,ຶ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ ຕະຫຼອດຮອດ ຫົວໜ້າຫ້ອງການ, ຮອງຫ້ອງການ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ຄະນະຮັບຜິດຊອບພິທີ ໄດ້ລາຍງານວ່າ ເມືອງທ່າພະບາດ ມີ 26 ບ້ານ, ມີເນື້ອທີ່ປ່າໄມ້ທັງໝົດ 123.511 ເຮັກຕາ ແລະ ເນື້ອທີ່ອຸທິຍານແຫ່ງຊາດພູເຂົາຄວາຍກວມເອົາ 107.617 ເຮັກຕາ, ເຊິ່ງເນື້ອທີດັ່ງກ່າວ ເປັນບ່ອນຢູ່ອາໃສ່ຂອງສັດປ່າ ເຊິ່ງຜ່ານມາ ແລະ ປະຈຸບັນ ມີປະຊາຊົນຈຳນວນໜື່ງ ຍັງມີການລັກລອບລ່າສັດ, ຊື້ – ຂາຍ ສັດປ່າ ປະເພດຫວງຫ້າມ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ.

ໃນວັນທີ 28 ສິງຫາ 2022 ເຈົ້າໜ້າທີ່ປ່າໄມ້ ໄດ້ລົງກວດກາຕະຫຼາດ ແລະ ໄດ້ກວດພົບເຫັນ ແລະ ຈັບຢຶດສັດປ່າໄດ້ ຄື: ຊີ້ນສ່ວນໝູປ່າ 11 ກິໂລ, ເຫງັນ 17 ໂຕ 27 ກິໂລ, ລີງລົມ 1 ໂຕ 1 ກິໂລ, ກະດາງ 1 ໂຕ 2,2 ກິໂລ, ບ່າງລົ້ວ 01 ໂຕ 1,9 ກິໂລ , ກະຫອກ 11 ໂຕ 7,2 ກິໂລ, ລີ່ນ 1 ໂຕ 1,9 ກິໂລ ( ຍັງມີຊິວິດ ), ສະນັ້ນ ຊີ້ນສ່ວນສັດປ່າ ທີ່ໄດ້ຈັບຢຶດມາໃນຄັ້ງນີ້ແມ່ນໄດ້ທຳລາຍຖີ້ມ, ສ່ວນລີ່ນ ທີ່ຍັງມີຊິວິດແມ່ນ ນຳໄປປ່ອຍຄືນທຳມະຊາດ.

About admins14