ວິທະຍາໄລກະສິກໍາປ່າໄມ້ ແຂວງ ບໍລິຄໍາໄຊ ຮັບຟັງການເຜີຍແຜ່ກົດລະບຽບຈະລາຈອນ

ໃນວັນທີ 7 ກັນຍາ 2022 ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ ບໍລິຄໍາໄຊ ສົມທົບກັບພະແນກຕໍາຫຼວດຈະລາຈອນ ປກສ ແຂວງ ໄດ້ລົງໂຄສະນາເຜີຍແຜ່ກົດລະບຽບຈະລາຈອນ ແລະ ການຂັບຂີ່ປອດໄພ ທີ່ວິທະຍາໄລ ກະສິກໍາ – ປ່າໄມ້ ແຂວງບໍລິຄໍາໄຊ, ນໍາພາໂດຍ ທ່ານ ບຸນທໍາ ຄໍາມະວົງ ຫົວໜ້າຂະແໜງຂົນສົ່ງ, ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ພ້ອມດ້ວຍທີມງານ, ໂດຍມີອຳນວຍການ ພ້ອມຄະນະ, ພະນັກງານ ຄູ – ອາຈານ ແລະ ນັກສຶກສາພາຍໃນວິທະຍາໄລ  ເຂົ້າຮ່ວມ.

ເອກະສານທີ່ນໍາມາເຜີຍແຜ່ຄັ້ງນີ້ມີ: ຄວາມຮູ້ພື້ນຖານກ່ຽວກັບການໃຊ້ລົດ, ໃຊ້ຖະໜົນ, ລະບົບສັນຍານຈະລາຈອນ, ສາລະບານເດີນລົດ, ກົດລະບຽບການສັນຈອນ, ດໍາລັດ ເລກທີ 568/ລບ ວ່າດ້ວຍການປັບໃໝຜູ້ລະເມີດກົດໝາຍຈະລາຈອນທາງບົກ, ລະບຽບໃນການຍ່າງຕາມທາງ, ການຂັບຂີ່ລົດຈັກ, ລົດໃຫຍ່, ການຂີ່ລົດຖີບ, ການຂັບຂີ່ລົດໄຖນາເດີນຕາມ, ຂໍ້ກໍານົດສໍາລັບອາຍຸຜູ້ຂັບຂີ່ລົດແຕ່ລະປະເພດເຊັ່ນ: ຜູ້ຂັບຂີ່ລົດຖີບຕ້ອງມີອາຍຸ 12 ປີຂື້ນໄປ, ຜູ້ຂັບຂີ່ລົດຈັກຕ້ອງມີອາຍຸ 15 ປີຂື້ນໄປ, ຜູ້ຂັບຂີ່ລົດກະບະສີ່ລໍ້ຕ້ອງມີອາຍຸ 18 ປີຂື້ນໄປ, ຜູ້ຂັບຂີ່ລົດໂດຍສານ, ບັນທຸກ, ລົດບັດ ຕ້ອງມີອາຍຸ 25 ປີ ຂື້ນໄປ, ຍົກໃຫ້ເຫັນ ສາເຫດ ແລະ ປັດໃຈສໍາຄັນ ທີ່ພາໃຫ້ເກີດອຸປະຕິເຫດສ່ວນຫຼາຍເກີດຂື້ນຈາກການຂາດສະຕິຂອງຄົນເປັນຕົ້ນແມ່ນດື່ມສີ່ງມືນເມົາ, ປະໝາດເລີນເລີ່, ຂາດມາລະຍາດ, ຂາດການກວດກາສະພາບເຕັກນິກລົດ, ເກີດຂື້ນຍ້ອນສະພາບຖະໜົນຫົນທາງເປ່ເພ ແລະ ສີ່ງແວດລ້ອມອ້ອມຂ້າງຕ່າງໆທີ່ສາຄວາມເສຍຫາຍທາງດ້ານຊັບສິນ, ສຸຂະພາບ, ຊີວິດຂອງຜູ້ຂັບຂີ່ ແລະ ຜູ້ຮ່ວມເກີດອຸປະຕິເຫດນໍາກັນ.

ໃນປີ 2021 ຜ່ານມາແຂວງ ບໍລິຄໍາໄຊ ມີອຸປະຕິເຫດເກີດຂື້ນທັງໝົດຈໍານວນ 402 ລາຍ, ພາຫະນະເປ່ເພທັງໝົດ 731 ຄັນ, ເປ່ເພເລັກນ້ອຍ 288 ຄັນ, ເປ່ເພສົມຄວນ 429 ຄັນ,ໃຊ້ການບໍ່ໄດ້ 14 ຄັນ, ຄົນໄດ້ຮັບເຄາະຮ້າຍທັງໝົດ 762 ຄົນ, ບາດເຈັບເລັກໜ້ອຍ 327 ຄົນ, ຍີງ 94 ຄົນ, ບາດເຈັບສົມຄວນ 277 ຄົນ, ຍີງ 56 ຄົນ, ບາດເຈັບສາຫັດ 97 ຄົນ,ຍີງ 21 ຄົນ, ເສຍຊີວິດ 61 ຄົນ,ຍີງ 06 ຄົນ, ມູນຄ່າເສຍຫາຍທັງໝົດ: 3.012.400.000 ກີບ (ສາມຕື້ສິບສອງລ້ານສີ່ແສນກີບ), ພ້ອມກັນນັ້ນ ຍັງໄດ້ສາຍພາບວີດີໂອການເກີດອຸປະຕິເຫດຢູ່ຕາມເສັ້ນທາງສາຍຕ່າງໆໃຫ້ບັນດາຜູ້ເຂົ້າຮ່ວມໄດ້ຮັບຮູ້, ເຂົ້າໃຈ ແລະ ໄດ້ນໍາເອົາຂໍ້ກໍານົດ, ກົດລະບຽບຈະລາຈອນໄປຈັດຕັ້ງປະຕິບັດຢ່າງຖືກຕ້ອງ ແລະ ເຂັ້ມງວດເພື່ອແນ່ໃສ່ສະກັດກັ້ນ ແລະ ແກ້ໄຂການເກີດອຸປະຕິເຫດຕາມທ້ອງຖະໜົນພາຍໃນແຂວງ ບໍລິຄໍາໄຊໃຫ້ລຸດໜ້ອຍຖອຍລົງເປັນກ້າວໆ. ໃນໂອກາດດຽວກັນກໍ່ໄດ້ຈັດກິດຈະກໍາຖາມ – ຕອບກ່ຽວກັບຂໍ້ກໍານົດ, ກົດລະບຽບຈະລາຈອນ, ການໃຊ້ລົດໃຊ້ຖະໜົນເຊິ່ງເຫັນວ່າຕາງໜ້າຜູ້ເຂົ້າຮ່ວມຂື້ນຕອບຄໍາຖາມໄດ້ຢ່າງຖືກຕ້ອງ ແລະ ຍັງໄດ້ມອບຂອງຂັວນໃຫ້ແກ່ຜູ້ທີ່ສາມາດຕອບຄໍາຖາມໄດ້ຢ່າງຖືກຕ້ອງ.

About admins14