ບ້ານສົມສະໜຸກ ໄດ້ຮັບເສັ້ນທາງເບຕົ່ງ ເຊື່ອມຕໍ່ທາງ 1E

ໃນວັນທີ 9 ທັນວາ 2022 ຢູ່ບ້ານສົມສະໜຸກ ໄດ້ຈັດພິທີມອບ – ຮັບເສັ້ນທາງເບຕົ່ງ 570 ແມັດ ບ້ານຂອງຕົນຂຶ້ນ ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ເພັດສະໃໝ ໄຊຍະທິຈັກ ເຈົ້າເມືອງຄໍາເກີດ, ທ່ານ ພັທ ສຸລິວັນ ຈັນທະວີ ຫົວໜ້າພະແນກກໍ່ສ້າງ ຜູ້ຊີ້ນຳວຽກງານກໍ່ສ້າງ, ທ່ານ ຄໍາສິງ ສາຍພູວົງ ຮອງພະແນກພະລັງງານ ແລະ ບໍ່ແຮ່ແຂວງບໍລິຄຳໄຊ, ມີບັນດາຫົວໜ້າຫ້ອງການ, ຄະນະກຳມະການຂັ້ນແຂວງ, ຂັ້ນເມືອງທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ ທ່ານ ພັທ ສຸລິວັນ ຈັນທະວີ ຫົວໜ້າພະແນກກໍ່ສ້າງ ຜູ້ຊີ້ນຳວຽກງານກໍ່ສ້າງ ໄດ້ລາຍງານວ່າ: ໂຄງການກໍ່ສ້າງເສັ້ນທາງຊອຍບ້ານສົມສະໜຸກ ເມືອງຄຳເກີດ ໄລຍະທາງ 570 ແມັດ, ກວ້າງ 6 ແມັດ, ຄວາມໜາຂອງຊັ້ນເບຕົ່ງ 20 ຊັງຕີແມັດ ເຊີ່ງເຈົ້າຂອງໂຄງການແມ່ນ ພະແນກພະລັງງານ – ບໍ່ແຮ່ ແຂວງບໍລິຄຳໄຊ. ມູນຄ່າການກໍ່ສ້າງທັງໝົດ 1.200.000.000 ກີບ ( ໜຶ່ງຕື້ສອງຮ້ອຍລ້ານກີບ ), ໃນນັ້ນ ມີທືນພັດທະນາທ້ອງຖີ່ນຂອງບໍ່ຄໍາເກີດແສນອຸດົມ ຈຳນວນ 599.930.810 ກີບ, ທືນປະກອບສ່ວນຂອງເມືອງ 350.000.000 ກີບ ແລະ ທືນປະກອບສ່ວນທາງດ້ານແຮງງານ, ກົນຈັກ, ນ້ຳມັນເຊື້ອໄຟ ຂອງບໍລິສັດລັດພັດທະນາຊົນນະບົດ ລວມມູນຄ່າ 250 ລ້ານກວ່າກີບ, ທືນປະກອບສ່ວນຂອງພໍ່ແມ່ປະຊາຊົນບ້ານສົມສະໜຸກ ຈໍານວນ 37.700.000 ກີບ, ຮັບເໝົາກໍ່ສ້າງໂດຍບໍລິສັດ ລັດພັດທະນາຊົນນະບົດ, ເສັ້ນທາງດັ່ງກ່າວມີໄລຍະເວລາກໍ່ສ້າງ 3 ເດືອນ ເລີ່ມລົງມືກໍ່ສ້າງມາແຕ່ ວັນທີ 15 ຕຸລາ 2022 ຮອດປະຈຸບັນກໍ່ສ້າງສຳເລັດແລ້ວ 100%.

ໃນໂອກາດນີ້ ທ່ານ ເພັດສະໃໝ ໄຊຍະທິຈັກ ເຈົ້າເມືອງຄຳເກີດ ໄດ້ກ່າວເປີດນໍາໃຊ້ເສັ້ນທາງດັ່ງກ່າວ ຢ່າງເປັນທາງການ ພາຍຫລັງທີ່ເປີດການນໍາໃຊ້ແລ້ວ ກໍ່ຈະກາຍເປັນເສັ້ນທາງສໍາຄັນໃນການເຊື່ອມຈອດລະຫວ່າງເສັ້ນທາງເບຕົ່ງ ຫາ ທາງເລກ ( 1E ) ເຊິ່ງຈະເປັນຂໍ້ສະດວກສະບາຍ ໃຫ້ແກ່ການພັດທະນາເສດຖະກິດສັງຄົມຂອງບ້ານສຸກສະໜຸກ ແລະ ເຂດບ້ານອ້ອມຂ້າງ.

About admins14