ທ່າພະບາດ ຈັດກອງປະຊຸມຜ່ານຮ່າງຂໍ້ຕົກລົງກອງທຶນຄຸ້ມຄອງໄພພິບັດຂັ້ນແຂວງ

ໃນວັນທີ 08 ທັນວາ 2022 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມຜ່ານຮ່າງຂໍ້ຕົກລົງກອງທຶນຄຸ້ມຄອງໄພພິບັດຂັ້ນແຂວງ ໂດຍພາຍໃຕ້ການເຂົ້າຮ່ວມເປັນປະທານຂອງທ່ານ ສະຫວັນເພັດ ຈັນທະວົງສາ ປະທານກວດກາພັກເມືອງ, ສະມາຊິກສະພາປະຊາຊົນແຂວງ (ສສຂ) ປະຈໍາເຂດເລືອກຕັ້ງເມືອງ ແລະ ທ່ານ ອຸດອນ ຄໍາພຽນ ຮອງພະແນກແຮງງານ ແລະ ສະຫວັດດີການສັງຄົມ, ມີພະແນກທີ່ກ້ຽວຂ້ອງຂັ້ນແຂວງ, ຫົວໜ້າຫ້ອງການ, ປກຊ – ປກສ, ຫົວໜ່ວຍທຸລະກິດ ແລະ ນາຍບ້ານ 26 ບ້ານ ພາຍໃນເມືອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຜ່ານຮ່າງຂໍ້ຕົກລົງ ວ່າດ້ວຍກອງທຶນຄຸ້ມຄອງໄພພິບັດຂັ້ນແຂວງ ເຊິ່ງຂໍ້ຕົກລົງດັ່ງກ່າວ ປະກອບມີ 9 ໝວດ 33 ມາດຕາ ໄດ້ຍົກໃຫ້ເຫັນ ລະບຽບ, ຫຼັກການກ່ຽວກັບການຄຸ້ມຄອງ ແລະ ນໍາໃຊ້ກອງທຶນຄຸ້ມຄອງໄພພິບັດ ເພື່ອລະດົມທຶນ ແລະ ສະສົມທຶນຈາກພາຍໃນ ແລະ ຕ່າງປະເທດ ແນໃສ່ສະໜອງທຶນໃຫ້ແກ່ການຊ່ວຍເຫຼືອສຸກເສີນ, ສ້ອມແປງໂຄງລ່າງພື້ນຖານທີ່ຈໍາເປັນ, ການຊອກຄົ້ນ, ຄົ້ນຫາ ແລະ ກູ້ໄພ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນຜູ້ປະສົບໄພພິບັດ ກັບຄືນສູ່ສະພາບປົກກະຕິ ຫຼື ດີກວ່າເກົ່າ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນປະກອບຄໍາຄິດເຫັນໃສ່ຮ່າງຂໍ້ຕົກລົງ ເພື່ອປັບປຸງບັນດາເນື້ອໃນໃຫ້ຄົບຖ້ວນ, ສອດຄ່ອງກັບການຈັດຕັ້ງປະຕິບັດວຽກງານຕົວຈິງ ແລະ ບໍ່ຂັດກັບລະບຽບກົດໝາຍທີ່ວາງອອກ.

ໂອກາດດັ່ງກ່າວ ຍັງໄດ້ມີການມອບ – ຮັບ ເຕັ້ນ ໃຫ້ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ຈໍານວນ 2 ຊຸດ ເພື່ອກຽມຮັບໃຊ້ຕອບໂຕ້ໄພພິບັດ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ຄອບຄົວທີ່ປະສົບເຄາະຮ້າຍອັກຄີໄພ ຈໍານວນ 1 ຄອບຄົວ ຢູ່ບ້ານທວາຍໃຫຍ່.

 

About admins16