ບໍລິຄຳໄຊ ເປີດສະມາຄົມຂົນສົ່ງສິນຄ້າ

ພິທີເປີດ ສະມາຄົມຂົນສົ່ງສິນຄ້າ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 9 ທັນວາ 2022 ຢູ່ຫ້ອງການສະພາການຄ້າ ແລະ ອຸດສາຫະກຳແຂວງບໍລິຄຳໄຊ ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ທ່ານ ເດດ ພະລີນທອນ ປະທານສະມາຄົມຂົນສົ່ງສິນຄ້າແຂວງ, ປະທານບໍລິສັດສຸພອນໄຊຂົນສົ່ງຜ່ານແດນ, ຄະນະສະມາຄົມຂົນສົ່ງສິນຄ້າ, ມີການນຳຂັ້ນເມືອງ, ບັນດາຫົວໜ້າ, ຮອງຫົວໜ້າພະແນກການ ແລະ ພາກສ່ວນບໍລິສັດຕ່າງໆ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.

ທ່ານ ເດດ ພະລີນທອນ ໃນນາມຕາງໜ້າ ສະມາຄົມຂົນສົ່ງແຂວງບໍລິຄຳໄຊ ໄດ້ກ່າວລາຍງານວ່າ: ສະມະຄົມ ຂົນສົ່ງສິນຄ້າແຂວງບໍລິຄຳໄຊ ເປັນອົງກອນໜຶ່ງທີ່ໄດ້ເຕົ້າໂຮມເອົາບັນດາຫົວໜ່ວຍທຸລະກິດ ທີ່ເຮັດກ່ຽວກັບການບໍລິການຂົນສົ່ງ ຢູ່ພາຍໃນແຂວງ ເພື່ອສ້າງຕັ້ງເປັນສະມາຄົມ ເຊິ່ງປະກອບດ້ວຍ 7 ຫົວໜ່ວຍ, ປະກອບມີລົດຂົນສົ່ງທັງໝົດ 416 ຄັນ ໃນນັ້ນ ທີ່ພົ້ນເດັ່ນກວ່າໝູ່ ແມ່ນການບໍລິການຂົນສົ່ງແຮ່ເຫຼັກ ຈາກແຂວງໄຊສົມບູນ ຜ່ານຂື້ນນະຄອນຫຼວງວຽງຈັນ ແລະ ສົ່ງອອກ ສສ ຫວຽດນາມ.

ການລວມເອົາຫລາຍຫົວໜ່ວຍທຸລະກິດ ສ້າງຕັ້ງງສະມາຄົມຂົນສົ່ງ ເພື່ອເຮັດໃຫ້ສະມະຄົມ ຂົນສົ່ງແຂວງບໍລິຄຳໄຊ ໄດ້ມີທ່າຂະຫຍາຍຕົວ ປະຕິບັດຖືກຕ້ອງຕາມລະບຽບກົດໝາຍ ທີ່ໄດ້ວາງອອກ ມີການເຄື່ອນໄຫວວຽກງານການບໍລິການ ຂົນສົ່ງບັນດາສິນຄ້າ ຢູ່ພາຍໃນ ແລະ ຕ່າງປະເທດ ເປັນປົກກະຕິ ພ້ອມທັງຮັບປະກັນໄດ້ ຄວາມຍືນຍົງ.

About admins14