ບ້ານທົ່ງນ້ອຍ ດຳເນີນການຈັດຕັ້ງປະຕິບັດ ວຽກງານພິສູດຫຼັກຖານອອກໃບຕາດິນແບບເປັນລະບົບ

ພິທີເປີດວຽກງານພິສູດຫລັກຖານອອກໃບຕາດິນແບບເປັນລະບົບຢູ່ບ້ານທົ່ງນ້ອຍ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດຂື້ນໃນຕອນເຊົ້າວັນທີ 8 ກໍລະກົດ 2021 ຢູ່ທີ່ສະໂມສອນຂອງບ້ານ. ໂດຍການເປັນປະທານຂອງທ່ານ ເຄນທາ ພົມມະວົງ ຮອງຫົວໜ້າຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ, ມີພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງ ຕະຫລອດຮອດການຈັດຕັ້ງບ້ານ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳ ແລະ ວິຊາການໃນການຂື້ນທະບຽນທີ່ດິນປີ 2021, ເຜີຍແຜ່ບາງມາດຕາຂອງກົດໝາຍວ່າດ້ວຍທີ່ດິນ, ກົດໝາຍທາງຫຼວງແຫ່ງຊາດ, ສະເໜີຫຍໍ້ບົດບາດຍິງ-ຊາຍໃນການເກີດສິດນຳໃຊ້ທີ່ດິນ ແລະ ສະເໜີຫຍໍ້ຂັ້ນຕອນການເດີນສຳຫຼວດພິສູດຫຼັກຖານອອກໃບຕາດິນ.

ພ້ອມນີ້ ໄດ້ເປີດໂອກາດໃຫ້ພໍ່ແມ່ປະຊາຊົນຊັກຖາມຂໍ້ຂ້ອງໃຈ ແນໃສ່ໃຫ້ປະຊາຊົນຮັບຮູ້-ເຂົ້າໃຈເລິກເຊີ່ງກ່ຽວກັບຄວາມໝາຍຄວາມສຳຄັນຂອງການອອກໃບຕາດິນແບບເປັນລະບົບ ເພື່ອໃຫ້ການຈັບຈອງນຳໃຊ້ທີ່ດິນຂອງປະຊາຊົນຖືກຕ້ອງ ແລະ ສອດຄ່ອງກັບລະບຽບກົດໝາຍ.

ຕາມແຜນການຈັດຕັ້ງປະຕິບັດ ວຽກງານພິສູດຫລັກຖານອອກໃບຕາດິນແບບເປັນລະບົບຢູ່ບ້ານທົ່ງນ້ອຍ ມີດິນກະສິກຳ 358 ຕອນ, ເນື້ອທີ 108 ເຮັກຕ່າ ແລະ ດິນປຸກສ້າງ 139 ຕອນ, ເນື້ອທີ 80 ຮຕ ໃຫ້ສຳເລັດພາຍໃນ 2 ເດືອນ ຄື: ຕົ້ນເດືອນກໍລະກົດ ຫາ ຕົ້ນເດືອນ ກັນຍາ 2021.

About admin11