ພະນັກງານຂັ້ນນໍາພາ-ບັນຊາ ປກສ ແຂວງບໍລິຄໍາໄຊ ເຊື່ອມມະຕິກົມການເມືອງສູນກາງພັກ ເລກທີ 111-112/ກມສພ

ຕອນເຊົ້າວັນທີ 08 ກໍລະກົດ 2021 ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໄດ້ເປີດກອງປະຊຸມ ເຜີຍແຜ່ເຊື່ອມມະຕິກົມການເມືອງສູນກາງພັກ ເລກທີ 111-112/ກມສພ ແລະ ຂໍ້ຫ້າມຕໍ່ນາຍ ແລະ ພົນຕໍາຫຼວດ, ໂດຍການເປັນປະທານ ແລະ ໃຫ້ກຽດເຜີຍແຜ່ເອກະສານຂອງທ່ານ ພັນເອກ ກົງຈັນ ໄຊປັນຍາ ກໍາມະການພັກແຂວງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ມີຄະນະພັກ-ຄະນະກອງບັນຊາການ ປກສ ແຂວງ, ບັນດາຄະນະພັກ-ຄະນະຫ້ອງ, ຄະນະພະແນກ, ຈາກບັນດາກົມກອງອ້ອມຂ້າງ ກອງບັນຊາການ ປກສ ແຂວງ ເຂົ້າຮ່ວມ.

ມະຕິ ວ່າດ້ວຍການເພີ່ມທະວີວຽກງານປ້ອງກັນຄວາມສະຫງົບ ໃນສະພາບການໃໝ່, ສະບັບ ເລກທີ 111/ກມສພ ລົງວັນທີ 22 ພຶດສະພາ 2020 ໄດ້ຍົກໃຫ້ເຫັນ ທັດສະນະຂອງພັກຕໍ່ກໍາລັງປ້ອງກັນຄວາມສະຫງົບ, ຖືເອົາວຽກງານປ້ອງກັນຄວາມສະຫງົບເປັນຍຸດທະສາດສໍາຄັນຕົ້ນຕໍ ຂອງພັກໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ມີລັກສະນະຕັດສີນ, ຕໍ່ການຄົງຕົວ ແລະ ຂະຫຍາຍຕົວຂອງປະເທດຊາດ.

ມະຕິ ວ່າດ້ວຍການຍົກສູງຄຸນນະພາບ ການດໍາເນີນຄະດີຕາມຂະບວນການຍຸຕິທໍາ ສະບັບເລກທີ 112/ກມສພ ລົງວັນທີ 02 ມິຖຸນາ 2020 ກໍ່ໄດ້ຍົກໃຫ້ເຫັນທັດສະນະຂອງພັກຕໍ່ຂະບວນການຍຸຕິທໍາ ໃນການດຳເນີນການສືບສວນ – ສອບສວນຄະດີ, ໂດຍໄດ້ເນັ້ນການປັບປຸງກົນໄກການດໍາເນີນຄະດີໃຫ້ເປັນລະບົບ, ຮັດກຸມ, ກໍານົດພາລະບົດບາດ ຂອງບັນດາຄະນະຮັບຜິດຊອບໃນການດໍາເນີນຄະດີ ໃຫ້ສ່ອດຄອງກັບລັດຖະທໍາມະນູນ ແລະ ກົດໝາຍ ເພື່ອເພີ່ມປະສິດທິພາບໃນການປະຕິບັດ ພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດບັນດາອົງການທີ່ຮັບຜິດຊອບການດໍາເນີນຄະດີຕາມຂະບວນການຍຸຕິທໍາ.

ກອງປະຊຸມຍັງໄດ້ຜ່ານ ຂໍ້ຕົກລົງຂອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫົງບ ວ່າດ້ວຍຂໍ້ຫ້າມຕໍ່ນາຍ ແລະ ພົນຕໍາຫຼວດ, ປະກອບມີ 06 ໝວດ ແລະ 21 ມາດຕາ ເຊີ່ງໄດ້ກໍານົດ ຈຸດປະສົງ, ຫຼັກການ, ຂອບເຂດການນໍາໃຊ້, ຂໍ້ຫ້າມລວມ, ຂໍ້ຫ້າມສະເພາະ ແລະ ມາດຕະການທາງວິໄນຕໍ່ຜູ້ລະເມີດ ແລະ ຂໍ້ຫ້າມລວມຕໍ່ ນາຍ ແລະ ພົນຕໍາຫຼວດ ໃນກໍາລັງປ້ອງກັນຄວາມສະຫງົບ ຕື່ມອີກ.

ຈຸດປະສົງກໍ່ເພື່ອເຮັດໃຫ້ ພະນັກງານຂັ້ນນໍາພາ-ບັນຊາ ໃນກໍາລັງປ້ອງກັນຄວາມສະຫງົບ ແຂວງບໍລິຄໍາໄຊ ໄດ້ຮັບຮູ້, ເຊື່ອມຊືມ ແລະ ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ກັບແນວທາງນະໂຍບາຍຂອງພັກ, ທັດສະນະຂອງພັກທີ່ມີຕໍ່ກໍາລັງປ້ອງກັນຄວາມສະຫງົບ, ທິດທາງວຽກງານຈຸດສຸມຂອງພັກ ກໍ່ຄືກໍາລັງປ້ອງກັນຄວາມສະຫງົບ, ການດໍາເນີນຄະດີໃນຂະບວນການຍຸຕິທໍາ, ຕ້ອງຮັບປະກັນຄວາມຖືກຕ້ອງ, ພາວະວິໃສ ແລະ ຍຸຕິທໍາ, ກໍາໄດ້ບັນດາຂໍ້ຫ້າມລວມ, ຂໍ້ຫ້າມສະເພາະ ຂອງກໍາລັງປ້ອງກັນຄວາມສະຫງົບ ແລ້ວພ້ອມກັນນຳໄປຈັດຕັ້ງປະຕິບັດໃຫ້ເຂັ້ມງວດ ເພື່ອພ້ອມກັນຍົກສູງຄວາມຮັບຜິດຊອຕໍ່ໜ້າທີ່ການເມືອງ, ເອົາໃຈໃສ່ປະຕິບັດວຽກງານວິຊາສະເພາະຢ່າງຕັ້ງໜ້າ ແນ່ໃສ່ຕ້ານ, ສະກັດກັ້ນ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນສັງຄົມ ແລະ ປະກົດການຫຍໍ້ທໍ້ໃນກໍາລັງປ້ອງກັນຄວາມສະຫງົບ ເຮັດໃຫ້ກໍາລັງປ້ອງກັນຄວາມສະຫງົບ ເປັນກໍາລັງທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອຈາກພັກ ແລະ ປະຊາຊົນ ໃຫ້ສົມກັບເປັນກໍາລັງປະກອບອາວຸປະຕິວັດອັນແຫຼມຄົມຂອງພັກ ແລະ ປະຊາຊົນຢ່າງແທ້ຈິງ.

About admin11